![]() |
ໃນປີ 1993 ກາເຟອາຣາບີກາປ່າວຊ່ານໄດ້ຮັບລາງວັນຄຳ Eureka ໃນງານຈັດສະແດງນະວັດຕະກຳໂລກ Eureka ຄັ້ງທີ 42 ທີ່ນະຄອນບຣັດເຊວ ປະເທດເບວຢ້ຽມ ເປັນຜະລິດຕະພັນກາເຟຈາກຈີນ ທີ່ເຄີຍໄດ້ຮັບລາງວັນຄຳໃນລະດັບໂລກ ສະທ້ອນເຖິງມາດຕະຖານການຜະລິດ ແລະ ຄຸນນະພາບເປັນທີ່ຍອມຮັບໃນສາກົນ.
ໃນປີ 2023 ຜະລິດຕະພັນນີ້ ຍັງໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ສິນຄ້າກະສິກຳຊື່ດັງ ມີຄຸນນະພາບສູງ ໂດດເດັ່ນ ແລະ ມີນະວັດຕະກຳລະດັບຊາດ ພ້ອມທັງເຂົ້າຮ່ວມໂຄງການພັດທະນາຍີ້ຫໍ້ກະສິກຳດີເດັ່ນຂອງກະຊວງກະສິກຳ ແລະ ຊົນນະບົດ.
![]() |
ປັດຈຸບັນ, ເມືອງປ່າວຊ່ານມີເນື້ອທີ່ປູກກາເຟທັງໝົດປະມານ 12,040 ກວ່າເຮັກຕາ, ມີຜົນຜະລິດ 26,800 ໂຕນ/ປີ ໂດຍມີການພັດທະນາເນື້ອທີ່ຜະລິດກາເຟສີຂຽວ ແລະ ອິນຊີຈຳນວນ 1,133.3 ກວ່າເຮັກຕາ ສະທ້ອນເຖິງທິດທາງການຜະລິດທີ່ເນັ້ນຄຸນນະພາບ ແລະ ຄວາມຍືນຍົງ. ມູນຄ່າຜົນຜະລິດລວມຂອງອຸດສາຫະກຳກາເຟບັນລຸ 22.328 ຕື້ຢວນ ຊຶ່ງສະແດງເຖິງບົດບາດສຳຄັນຂອງກາເຟໃນໂຄງສ້າງເສດຖະກິດທ້ອງຖິ່ນ.
![]() |
ດ້ານໂຄງສ້າງອຸດສາຫະກຳເມືອງ ມີວິສາຫະກິດກາເຟຈຳນວນ 82 ແຫ່ງ ໃນນັ້ນມີ 29 ບໍລິສັດແປຮູບເຊີງລຶກ ພ້ອມທັງໄດ້ຈັດຕັ້ງສວນກາເຟ 34 ແຫ່ງ ເພື່ອເສີມສ້າງມູນຄ່າແບບຄົບວົງຈອນ. ນອກນັ້ນ, ຍັງໄດ້ພັດທະນາຍີ່ຫໍ້ກາເຟຫຼັກ 26 ຍີ່ຫໍ້ ເຊັ່ນ: Zhongka, Beaton, Jinglan, Gaosheng Manor, Baihushan, Zuoyuan ແລະ ອື່ນໆ ພ້ອມທັງພັດທະນາສິນຄ້າກາເຟຫຼາຍກວ່າ 100 ລາຍການ ຄວບຄຸມຫຼາຍກວ່າ 10 ປະເພດ ແລະ ມີເຄື່ອງໝາຍການຄ້າຈົດທະບຽນຫຼາຍກວ່າ 600 ລາຍການ.
![]() |
ຜ່ານການນຳໃຊ້ຮູບແບບ “ວິສາຫະກິດ + ສະຫະກອນ + ຖານການຜະລິດ + ຊາວສວນ” ໄດ້ສ້າງກົນໄກການແບ່ງປັນຜົນປະໂຫຍດຢ່າງມີປະສິດທິຜົນ ລະຫວ່າງວິສາຫະກິດກາເຟ ແລະ ຊາວກະສິກອນ ເຮັດໃຫ້ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 50,000 ຄົນ ໂດຍລາຍຮັບສະເລ່ຍຈາກກາເຟຢູ່ທີ່ 4,000 ຢວນຕໍ່ຄົນ/ເດືອນ ແລະ ລາຍຮັບສະເລ່ຍຕໍ່ຄອບຄົວຢູ່ທີ່ 15,700 ຢວນ. ດ້ວຍການຜະລິດທີ່ຖືກຍົກລະດັບຢ່າງຮອບດ້ານ ອັດຕາກາເຟພິເສດ (specialty coffee) ຂອງເມືອງໄດ້ເພີ່ມຂຶ້ນເຖິງ 75% ແລະ ອັດຕາການແປຮູບໃນລວງເລິກບັນລຸ 90% ຊຶ່ງຢູ່ໃນລະດັບແນວໜ້າຂອງແຂວງ ສະທ້ອນເຖິງສັກກະຍະພາບການພັດທະນາອຸດສາຫະ ກຳກາເຟຢ່າງຍືນຍົງ ແລະ ເປັນລະບົບ.
ດ້ວຍພື້ນຖານທີ່ແຂງແກ່ນ ແລະ ຜົນສຳເລັດທີ່ງອກງາມ ອຸດສາຫະກຳກາເຟອາຣາບີກາປ່າວຊ່ານກຳລັງຢືນຢູ່ໃນຈຸດເລີ່ມຕົ້ນໃໝ່ຂອງການກ້າວໄປຂ້າງໜ້າ. ການພັດທະນາໃນອະນາຄົດບໍ່ຕ້ອງຈຳກັດຢູ່ພຽງແຕ່ການຂະຫຍາຍການຜະລິດ ແຕ່ຕ້ອງເນັ້ນໄປທີ່ການຍົກລະດັບຄຸນນະພາບ, ການສ້າງຍີ່ຫໍ້ໃຫ້ແຂງແກ່ນ ແລະ ການເພີ່ມມູນຄ່າຜ່ານການແປຮູບ. ການນຳເອົານະວັດຕະກຳ, ເຕັກໂນໂລຊີສະໄໝໃໝ່ ແລະ ມາດຕະຖານສາກົນເຂົ້າມາປະຍຸກໃຊ້ ເປັນກຸນແຈສຳຄັນໃນການຂັບເຄື່ອນອຸດສາຫະກຳໃຫ້ເຕີບໃຫຍ່ຢ່າງຍືນຍົງ. ພ້ອມ ນັ້ນ, ການເຊື່ອມໂຍງຫ່ວງໂສ້ການຜະລິດໃຫ້ຄົບວົງຈອນ ນັບຕັ້ງແຕ່ການປູກ, ການເກັບກ່ຽວ, ການແປຮູບ ໄປຈົນເຖິງການຕະຫຼາດ ຈະຊ່ວຍສ້າງຄວາມແຂງແກ່ນໃຫ້ທັງລະບົບ. ທີ່ສຳຄັນການເພີ່ມພູນຄວາມຮູ້ ແລະ ລາຍຮັບໃຫ້ຊາວກະສິກອນ ຈະເປັນແຮງຂັບເຂື່ອນເຮັດໃຫ້ອຸດສາຫະກຳນີ້ເຕີບໃຫຍ່ໄປພ້ອມກັບຊຸມຊົນຢ່າງແທ້ຈິງ.
![]() |
ໃນໂລກທີ່ມີການແຂ່ງຂັນດ້ານກາເຟທະວີຄວາມເຂັ້ມຂຸ້ນປ່າວຊ່ານມີທັງຈຸດແຂງ ແລະ ສັກກະຍະພາບທີ່ພ້ອມກ້າວສູ່ຕະຫຼາດລະດັບໂລກ. ຖ້າສາມາດນຳໃຊ້ໂອກາດນີ້ໄດ້ຢ່າງເຕັມທີ່ ກາເຟອາຣາບີກາປ່າວຊ່ານຈະບໍ່ແມ່ນພຽງແຕ່ສິນຄ້າກະສິກຳຊື່ດັງ ແຕ່ຈະກາຍເປັນ “ແຮງຂັບເຄື່ອນຫຼັກ” ຂອງເສດຖະກິດທ້ອງຖິ່ນ ແລະ ເປັນຕົວແທນຄຸນນະພາບກາເຟຂອງພາກພື້ນໃນເວທີສາກົນຢ່າງແທ້ຈິງ.





ຄໍາເຫັນ