ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ
ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

 

 

ຄວາມໝາຍ ແລະ ຄວາມສາຄນຂອງເສດຖະກດມຣະດກ - image 1
 

ດັ່ງນັ້ນ, ເສດຖະກິດມໍຣະດົກ ໝາຍເຖິງຂະບວນການຫັນປ່ຽນມໍຣະດົກວັດທະນະທໍາ, ປະຫວັດສາດ, ສະຖາປັດຕະຍະກໍາ, ສິລະປະ ມາປັບໃຊ້ໃນຮູບແບບການຜະລິດ ແລະ ບໍລິການ ໃຫ້ເກີດລາຍຮັບ ແລະ ຍັງຮັກສາເອກະລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງທາງປະຫວັດສາດ; ເປັນການປະສານລະຫວ່າງ “ການຮັກສາອະດີດ” ແລະ “ການສ້າງອະນາຄົດ” ໃຫ້ເກີດຜົນປະໂຫຍດ ທັງທາງເສດຖະກິດ ແລະ ສັງຄົນ. ສະນັ້ນ, ເສດຖະກິດມໍຣະດົກ ຈຶ່ງມີບົດບາດສໍາຄັນຫຼາຍໃນການສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງ ຮອບດ້ານ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນຊ່ວຍສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະນະທໍາ ທີ່ອາດຈະສູນເສຍໄປກັບການເຕີບໂຕທາງອຸດສາຫະກໍາ.

ນັບແຕ່ສະຕະວັດທີ 21, ແນວຄວາມຄິດທາງດ້ານມໍຣະດົກເສດຖະກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນຂຶ້ນ,ປະເທດຕ່າງໆ ໄດ້ຊອກຫາວິທີການເຊື່ອມໂຍງການອະນຸລັກວັດທະນະທໍາ ເຂົ້າກັບການພັດທະນາແບບຍືນຍົງ. ດັ່ງນັ້ນ, ບົດບາດ ແລະ ຄວາມສໍາຄັນຂອງມໍຣະດົກທາງດ້ານເສດຖະກິດ ນັບມື້ເພີ່ມຂຶ້ນ ເປັນຕົ້ນແມ່ນການຮັກສາຄວາມເປັນເອກະລັກ ທີ່ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງດ້ານວັດທະນະທໍາ, ການລວມເອົາຮີດຄອງປະເພນີເຂົ້າກັບນະວັດຕະກໍາສະໄໝໃໝ່, ການສົ່ງເສີມການເຕີບໂຕແບບຍືນຍົງ ແລະ ຍັງເປັນການສະໜັບສະໜູນເສດຖະກິດທ້ອງຖິ່ນ ໂດຍສະເພາະ ໃນເຂດຊົນນະບົດ ບ່ອນທີ່ມີຫັດຖະກໍາພື້ນເມືອງ, ກະສິກໍາ ຫຼື ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດທະນະທໍາ ເຂົ້າກັບການດໍາລົງຊີວິດ ແລະ ຍັງເປັນການເພີ່ມທະວີພະລັງສ້າງສັນ (Soft Power) ແລະ ອຸດສາຫະກໍາສ້າງສັນ ໂດຍການຫັນປ່ຽນມໍຣະດົກ ໃຫ້ເປັນໂອກາດທາງດ້ານເສດຖະກິດ. ຕົວຢ່າງ; ໃນປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ອຸດສາຫະກໍາທີ່ອີງໃສ່ມໍຣະດົກ ແມ່ນມີຕັ້ງແຕ່ສິລະປະການສະແດງ ແລະ ຫັດຖະກໍາແບບດັ່ງເດີມ ຈົນເຖິງການນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍເຊັ່ນ: ການນໍາສະເໜີຫໍພິພິທະພັນແບບດີຈີຕອນ ໄດ້ກາຍເປັນອົງປະກອບສໍາຄັນຕໍ່ການເຕີບໂຕເສດຖະກິດ. ສໍາລັບບັນດາປະເທດກໍາລັງພັດທະນາ ທີ່ມີຊັບພະຍາກອນວັດທະນະທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາຫະກໍາທີ່ຈໍາກັດ, ເສດຖະກິດມໍຣະດົກ ເປັນອີກທາງເລືອກໜຶ່ງທີ່ມີຄວາມເປັນເອກະລັກສະເພາະ ທີ່ນໍາໄປສູ່ການພັດທະນາເສດຖະກິດທີ່ຫຼາກຫຼາຍ ແລະ ຍືນຍົງ ສອດຄ່ອງກັບການເພີ່ມທະວີສິດອໍານາດຂອງຊຸມຊົນ ແລະ ຄວາມຍືນຍົງທາງວັດທະນະທໍາ ເພາະມໍຣະດົກທາງດ້ານເສດຖະກິດ ເປັນຊັບພະຍາກອນຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມເອກະລັກແຫ່ງຊາດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ຄວາມສາມັກຄີໃນສັງຄົມ.

ນີ້ຍ້ອນວ່າ: ເສດຖະກິດມໍຣະດົກ ແມ່ນມີລັກສະນະຕິດພັນ ແລະ ເປັນຂອງຊຸມຊົນ ຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ, ແຕ່ຍັງເປັນຜູ້ມີບົດບາດຫຼັກໃນການຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍຣະດົກອີກດ້ວຍ. ເມື່ອປະຊາຊົນໄດ້ຮັບສິດໃນການມີສ່ວນຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບຜົນປະໂຫຍດຈາກມໍຣະດົກ, ພວກເຂົາເຈົ້າ ຈະເປັນເຈົ້າການ ແລະ ມີສະຕິໃນການປົກປັກຮັກສາ ດ້ວຍຄວາມສະໝັກໃຈຕໍ່ມໍຣະດົກນັ້ນ. ສະນັ້ນ, ຫຼັກມູນພື້ນຖານຂອງການພັດທະນາເສດຖະກິດມໍຣະດົກ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງ ການອະນຸລັກຮັກສາ ແລະ ການພັດທະນາ. ຖ້າຫາກພຽງແຕ່ເນັ້ນໜັກ ການເສີມຂະຫຍາຍຄຸນຄ່າທາງດ້ານເສດຖະກິດຢ່າງດຽວ, ມໍຣະດົກ ອາດຈະເສື່ອມໂຊມ, ສູນເສຍຮູບຮ່າງ ຫຼື ສູນຫາຍໄປ. ໃນທາງກົງກັນຂ້າມ, ຖ້າຫາກພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ ໂດຍບໍ່ຊອກຫາວິທີການເສີມຂະຫຍາຍມູນຄ່າ ກໍຈະກາຍເປັນພາລະໃຫ້ແກ່ຊຸມຊົນ ແລະ ເສດຖະກິດພາຍໃນປະເທດ.

ຄໍາເຫັນ

ຂ່າວເສດຖະກິດ

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ເພີ່ມເຕີມ