![]() |
ໃນພິທີດັ່ງກ່າວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸ ໂທລະພາບສູນກາງຈີນ (CMG) ປະຈໍາລາວ ໄດ້ກ່າວວ່າ: ຕະຫຼອດ 20 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກທຸກພາກສ່ວນໃນສັງຄົມລາວ, ວິທະຍຸ FM93 ໄດ້ຫັນປ່ຽນຈາກສື່ປະເພດດຽວ ມາສູ່ສື່ແບບກວມລວມຮອບດ້ານ ແລະ ຈາກສື່ແບບດັ້ງເດີມມາສູ່ສື່ທີ່ທັນສະໄໝ. ໂດຍປິ່ນອ້ອມ 2 ໄລຍະແຫ່ງການພັດທະນາຄື: ໄລຍະທີໜຶ່ງ ແມ່ນຈາກການສົ່ງສຽງເຂົ້າສູ່ນະຄອນ ຫຼວງວຽງຈັນ ໄປສູ່ການກະຈາຍສຽງໃຫ້ທົ່ວປະເທດລາວ.
![]() |
ໃນໄລຍະເລີ່ມຕົ້ນອອກອາກາດ, ເນື່ອງຈາກຂໍ້ຈຳກັດດ້ານເງື່ອນໄຂຕ່າງໆ, ລາຍການທັງໝົດແມ່ນຜະລິດຢູ່ນະຄອນຫຼວງປັກກິ່ງ. ມາຮອດປີ 2011, ຫ້ອງການ CMG ປະຈຳລາວ ໄດ້ສ້າງຕັ້ງຂຶ້ນ, ວິທະຍຸ FM93 ໄດ້ປ່ຽນມາເປັນການອອກອາກາດພາສາລາວເຕັມຄື້ນຄວາມຖີ່ ແລະ ທີມງານປະຈຳລາວ ກໍໄດ້ເລີ່ມປະຕິບັດໜ້າທີ່ຫຼັກ. ນີ້ໝາຍຄວາມວ່າ FM 93 ໄດ້ກ້າວຈາກການແປເລື່ອງລາວຂອງປະເທດຈີນ ໄປສູ່ການໃຊ້ພາສາລາວເພື່ອເລົ່າເລື່ອງທີ່ຄົນລາວສົນໃຈ.
![]() |
ໃນນັ້ນ ບໍ່ພຽງແຕ່ເລົ່າເລື່ອງລາວຂອງປະເທດຈີນເທົ່ານັ້ນ, ແຕ່ຍັງໄດ້ຫັນຕາກ້ອງ ແລະ ໄມໂຄຣໂຟນ ມາສ່ອງແສງເຖິງປະເທດລາວອີກດ້ວຍ ບໍ່ວ່າຈະເປັນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການສືບທອດສິລະປະ-ຫັດຖະກຳຂອງລາວ, ການກູ້ໄພ ເຫດການເຂື່ອນແຕກຢູ່ແຂວງອັດຕະປື, ພາບບັນຍາກາດອັນໜ້າປະທັບໃຈຂອງງານມະຫະກຳກິລາແຫ່ງຊາດລາວ ແລະ ອື່ນໆ ຊຶ່ງລ້ວນແຕ່ໄດ້ລົງໄປປະຈຳການຢູ່ສະຖານທີ່ຕົວຈິງ.
![]() |
ທັງເປັນຜູ້ເຫັນເຫດການຕົວຈິງແຫ່ງມິດຕະພາບ ແລະ ທັງເປັນຜູ້ບັນທຶກເຫດການປະຫວັດສາດຂອງຍຸກສະໄໝ ແລະ ໄລຍະທີສອງ ແມ່ນຈາກຕົ້ນໄມ້ໜຶ່ງຕົ້ນ ກາຍເປັນປ່າໄມ້ອັນກວ້າງໃຫຍ່, ໂດຍໄດ້ສ້າງຕັ້ງ ແລະ ບໍລິຫານເວັບໄຊພາສາລາວແຫ່ງທຳອິດຂອງໂລກ, ເປີດບັນຊີ Facebook ແລະ TikTok ຂອງ FM93 ຊຶ່ງປັດຈຸບັນ ມີຈຳນວນຜູ້ຕິດຕາມໃນສື່ສັງຄົມອອນລາຍ ຫຼາຍເປັນອັນດັບໜຶ່ງໃນບັນດາສື່ມວນຊົນພາສາລາວທົ່ວໂລກ, ຈົນກາຍເປັນເຄືອຂ່າຍການເຜີຍແຜ່ແບບສື່ປະສົມທີ່ຄົບວົງຈອນ. ອີກດ້ານໜຶ່ງ, ແມ່ນການເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັບສື່ມວນຊົນລາວ.
![]() |
ໃນໂອກາດດັ່ງກ່າວ, ທ່ານ ວັນສີ ກົວມົວ ໄດ້ມີຄຳເຫັນວ່າ: ໃນປັດຈຸບັນ, ພາຍໃຕ້ກະແສຟອງຂອງຍຸກດີຈີຕອນ, ຂະແໜງການສື່ມວນຊົນພວມຜ່ານຜ່າການປ່ຽນແປງຢ່າງເລິກເຊິ່ງ. ວິທີການຮັບຂໍ້ມູນຂ່າວສານຂອງມວນຊົນມີການປ່ຽນແປງໄປຢ່າງວ່ອງໄວ. ດັ່ງທີ່ CMG ໄດ້ສະແດງວິໄສທັດໃນການ "ກ້າວເດີນ" ໄປສູ່ການຫັນປ່ຽນທາງດີຈີຕອນຢ່າງເຕັມຮູບແບບ, ສະນັ້ນ, ການຮ່ວມມືດ້ານສື່ມວນຊົນ ລາວ-ຈີນ ກໍຄວນມີການຍົກລະດັບຂຶ້ນສູ່ຄຸນນະພາບໃໝ່ ແລະ ສະເໜີ 4 ທິດທາງ ສຳລັບການພັດທະນາສື່ມວນຊົນ ລາວ-ຈີນ ດັ່ງນີ້: ໜຶ່ງ, ການຮ່ວມກັນສຳພາດ, ຜະລິດ ແລະ ອອກອາກາດ. ຄວນສືບຕໍ່ສຸມໃສ່ບັນດາຫົວຂໍ້ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ສອງ, ການແລກປ່ຽນການແປ ແລະ ອອກອາກາດລາຍການຊຶ່ງກັນ ແລະ ກັນ. ພວກເຮົາຄວນນຳເອົາລາຍການດີເດັ່ນຂອງລາວ ຜ່ານເວທີຂອງ CMG ເພື່ອເຂົ້າເຖິງຜູ້ຊົມຊາວຈີນ, ພ້ອມທັງນຳເອົາເນື້ອຫາຄຸນນະພາບຂອງຈີນ ມາແປ ແລະ ພາກເປັນພາສາລາວ. ສະເພາະຢ່າງຍິ່ງ ປີ 2027 ທີ່ຈະມາເຖິງນີ້ ແມ່ນ "ປີທ່ອງທ່ຽວ ລາວ-ຈີນ". ສະນັ້ນ, ສື່ມວນຊົນຂອງພວກເຮົາຈະກາຍເປັນແຮງຂັບເຄື່ອນສຳຄັນ ໃນການດຶງດູດນັກທ່ອງທ່ຽວໄປມາ ຫາສູ່ກັນ ເພື່ອເພີ່ມພູນຄວາມເຂົ້າໃຈ ແລະ ຄວາມຜູກພັນໃກ້ຊິດລະຫວ່າງປະຊາຊົນສອງຊາດ ຢ່າງບໍ່ຢຸດຢັ້ງ. ສາມ, ການແລກປ່ຽນ ແລະ ຝຶກອົບຮົມບຸກຄະລາກອນ. ໃຫ້ແກ່ບຸກຄະລາກອນສື່ມວນຊົນຂອງລາວ. ໂດຍສຸມໃສ່ການກໍ່ສ້າງບຸກຄະລາກອນຮຸ່ນໃໝ່ທີ່ມີຄວາມຮູ້ຄວາມສາມາດຮອບດ້ານທັງຊຳນານດ້ານເຕັກໂນໂລຊີສະໄໝໃໝ່ ແລະ ເກັ່ງດ້ານການບໍລິຫານຈັດການ. ສີ່, ການກໍ່ສ້າງແພລດຟອມດີຈີຕອນ. ພວກເຮົາຕີລາຄາສູງ ແລະ ຍິນດີຕ້ອນຮັບຕໍ່ຄວາມມຸ່ງໝັ້ນຂອງ CMG ທີ່ພ້ອມຈະແບ່ງປັນບົດຮຽນດ້ານເຕັກໂນໂລຊີໃຫ້ແກ່ລາວ. ໂດຍສະເພາະປະສົບການໃນການນຳໃຊ້ປັນຍາປະດິດ (AI) ເຂົ້າຊ່ວຍໃນການຜະລິດ ແລະ ການເຜີຍແຜ່ຜ່ານຫຼາຍແພລດຟອມ, ຫວັງວ່າ CMG ຈະຖືເອົາວິທະຍຸ FM93 ເປັນຈຸດເລີ່ມຕົ້ນ ເພື່ອຊ່ວຍລາວກໍ່ສ້າງແພລດຟອມສ້າງສັນອັດສະລິຍະແບບສື່ປະສົມຄົບວົງຈອນ ແນໃສ່ຍົກລະດັບຂີດຄວາມສາມາດດ້ານດີຈີຕອນ ໃຫ້ແກ່ອົງການສື່ມວນຊົນລາວໃນຍຸກໃໝ່ຢ່າງແທ້ຈິງ.
(ຂ່າວ-ພາບ: ຍຸພິນທອງ)





ຄໍາເຫັນ