ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ກອງປະຊມລດພາຄ ສນທສນຍາ ສປຊ ການປຽນແປງດນຟາອາກາດ ຄງທ 31 (COP 31) ປ 2026 ທ ຕວກກ - image 1
 

 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື, ເຈລະຈາ ແລະ ຮັບຮອງເອົາວຽກງານສໍາຄັນຕ່າງໆພາຍໃຕ້ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (UNFCCC) ແລະ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (Paris Agreement). ກອງປະຊຸມ COP31 ໄດ້ເນັ້ນໃສ່ແນວທາງ “Dialogue, Consensus and Action” ຫຼື ການສົນທະນາ, ການສ້າງຄວາມເອກະພາບຮ່ວມກັນ ແລະ ການລົງມືປະຕິບັດ ໂດຍເນັ້ນໃສ່ການຮ່ວມມືລະຫວ່າງບັນດາປະເທດ ເພື່ອຜັກດັນຜົນການເຈລະຈາໃຫ້ນຳໄປສູ່ການປະຕິບັດຢ່າງເປັນຮູບປະທຳ. ບຸລິມະສິດສຳຄັນປະກອບມີການຫັນປ່ຽນດ້ານພະລັງງານໄປສູ່ພະລັງງານສະອາດ, ການພັດທະນາໂຄງລ່າງພື້ນຖານດ້ານພະລັງງານສະອາດ, ການລະດົມທຶນ ແລະ ການຖ່າຍທອດເຕັກໂນໂລຊີ, ການເສີມສ້າງຂີດຄວາມສາມາດ ໃນການຮັບມືຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະບັນດາປະເທດ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມບອບບາງສູງ. ພ້ອມນີ້, ຍັງເນັ້ນໜັກໃສ່ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ຮັກສາເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1.5 ອົງສາເຊ ແລະ ສະໜັບສະໜູນໃຫ້ບັນດາປະເທດກຳລັງພັດທະນາ ເຂົ້າເຖິງແຫຼ່ງທຶນດ້ານການປ່ຽນເເປງດິນຟ້າອາກາດໄດ້ຢ່າງມີປະສິດທິຜົນ.

ໃນຕອນເຊົ້າວັນທີ 17 ພະຈິກຜ່ານມາ, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະສິ່ງແວດລ້ອມ, ຫົວໜ້າຄະນະຜູ້ແທນລາວ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສ ໃນກອງປະຊຸມລະດັບສູງ (High-Level Segment) ຂອງ COP31 ຊຶ່ງມີທັງໝົດ 85 ປະເທດ ຂຶ້ນກ່າວປາໄສ, ໃນນັ້ນ ລະດັບລັດຖະມົນຕີ ມີ 76 ປະເທດ ເເລະ ລະດັບຮອງລັດຖະມົນຕີ 9 ປະເທດ.ໃນກອງປະຊຸມ ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ: ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ໃນລະດັບໂລກ ບໍ່ແມ່ນໄພຂົ່ມຂູ່ທີ່ຢູ່ໄກຕົວອີກຕໍ່ໄປ, ແຕ່ມັນແມ່ນຄວາມເປັນຈິງທີ່ບັນດາປະເທດທີ່ມີຄວາມບອບບາງສູງ ຕ້ອງໄດ້ພົບພໍ້ໃນປັດຈຸບັນ. ໃນຖານະເປັນປະເທດດ້ອຍພັດທະນາທີ່ບໍ່ມີທາງອອກສູ່ທະເລ ຊຶ່ງກຳລັງຈະກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ. ສປປ ລາວ ຕ້ອງປະເຊີນໜ້າກັບຄວາມສ່ຽງກັບ ການປ່ຽນແປງດິນຟ້າອາກາດຢ່າງຮຸນແຮງ ແລະ ການປ່ຽນແປງດິນຟ້າອາກາດດັ່ງກ່າວ ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຂະແໜງກະສິກຳ, ໂຄງລ່າງພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຍາວ.

ກອງປະຊມລດພາຄ ສນທສນຍາ ສປຊ ການປຽນແປງດນຟາອາກາດ ຄງທ 31 (COP 31) ປ 2026 ທ ຕວກກ - image 2
 

ລັດຖະບານ ແຫ່ງ ສປປ ລາວ ໄດ້ເຫັນຄວາມສຳຄັນ ແລະ ຖືເອົາວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເປັນວຽກບຸລິມະສິດ ແລະ ໄດ້ກໍານົດເປົ້າໝາຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ທີ່ເປັນສາເຫດຕົ້ນຕໍ ເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ ຫຼຸດລົງໃຫ້ໄດ້ 60% ໃນປີ 2030 ທຽບໃສ່ລະດັບການປ່ອຍໃນເກນປົກກະຕິ ແລະ ຕັ້ງເປົ້າໝາຍການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນ (Net Zero Emissions) ໃນປີ 2050. ສະນັ້ນ, ເພື່ອໃຫ້ສອດຄ່ອງກັບຄວາມພະຍາຍາມດັ່ງກ່າວ, ສປປ ລາວ ໄດ້ຮັບຮອງເອົາ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ສະບັບທີ 3 (NDC 3.0). ແຜນງານດັ່ງກ່າວຈະເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນລະດັບຊາດຮອດປີ 2035. ສປປ ລາວ ຍັງຢຶດໝັ້ນຕໍ່ຄາດໝາຍໄລຍະຍາວໃນການບັນລຸການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນໃນປີ 2050 ແລະ ຮຽກຮ້ອງໃຫ້ມີການເພີ່ມທະວີການຮ່ວມມືກັນຢ່າງເຂັ້ມແຂງ ເພື່ອຮັກສາລະດັບການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ເກີນ 1.5°C. ນອກນັ້ນ, ສປປ ລາວ ຍັງໄດ້ຮຽກຮ້ອງການເລັ່ງຈັດຕັ້ງປະຕິບັດຕາມແຜນງານ ບາກູ ສູ່ ເບເລັມ (Baku to Belém Roadmap) ພ້ອມທັງຮຽກຮ້ອງການສະໜອງທຶນດ້ານການປ່ຽນແປງດິນຟ້າອາກາດ ທີ່ສາມາດຄາດຄະເນໄດ້ ແລະ ເຂົ້າເຖິງໄດ້ງ່າຍ ໂດຍຫຼີກລ່ຽງການເພີ່ມພາລະໜີ້ສິນໃຫ້ແກ່ບັນດາປະເທດກຳລັງພັດທະນາ. ໃນນັ້ນ, ການເງິນແບບປະສົມ, ທຶນຊ່ວຍເຫຼືອລ້າ ແລະ ການສະໜັບສະໜູນແບບມີເງື່ອນໄຂຜ່ອນຜັນ ຍັງຄົງມີຄວາມສຳຄັນຍິ່ງ ໃນການຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານການປ່ຽນແປງດິນຟ້າອາກາດ ໃນທົ່ວຂະແໜງການເສດຖະກິດ ຂອງ ສປປ ລາວ ຊຶ່ງກວມລວມທັງວຽກງານການຫຼຸດຜ່ອນທາດອາຍເຮືອນແກ້ວ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

ສໍາລັບການເຂົ້າຮ່ວມກອງປະຊຸມ COP31 ຄັ້ງນີ້ ຄະນະຜູ້ແທນ ສປປ ລາວ ຍັງໄດ້ມີການພົບປະກັບບັນດາຄູ່ຮ່ວມພັດທະນາເພື່ອສືບຕໍ່ການປຶກສາຫາລື ແລະ ການຮ່ວມມື ທັງແບບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ພົບປະກັບຄະນະຜູ້ແທນກໍາປູເຈຍ ແລະ ອົງການ GGGI, ພ້ອມທັງ ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕົວຈິງ ຊຶ່ງບໍ່ພຽງແຕ່ເປັນການສະແດງບົດບາດຄວາມຮັບຜິດຊອບຂອງ ສປປ ລາວ ຕໍ່ເວທີສາກົນເທົ່ານັ້ນ, ແຕ່ຍັງເປັນການເປີດປະຕູສູ່ ການລະດົມທຶນສີຂຽວ, ຕະຫຼາດກາກບອນ ແລະ ການຖ່າຍທອດເຕັກໂນໂລຊີ ເພື່ອການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃນຊົນນະບົດ.

(ແຫຼ່ງຂ່າວ: ກສ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ເພີ່ມເຕີມ