![]() |
ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົບປະກັນໃນຄັ້ງນີ້ ຊຶ່ງການພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ໄດ້ກາຍເປັນປະເພນີປະຕິບັດຮ່ວມກັນເປັນປະຈຳຂອງ ທັງສອງປະເທດ ແລະ ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອາຊີປາຊີຟິກລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຊຶ່ງຄົບຮອບ 15 ປີ ໃນປີ 2026 ນີ້.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ຊຶ່ງໄດ້ເພີ່ມທະວີຮັດແໜ້ນຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ. ສອງຝ່າຍຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດໃນອະນາຄົດ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງ ງານ, ກະສິກໍາ, ການສຶກສາ, ວຽກງານປ້ອງກັນຊາດ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ແລະ ອື່ນໆທີ່ສອງຝ່າຍມີທ່າແຮງເພື່ອຜົນປະໂຫຍດຮ່ວມກັນ.
ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງສະແດງຄວາມຢືນຢັນຄືນໃນການສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສົ່ງເສີມສັນຕິພາບ ແລະ ສະຖຽນລະພາບ ໃນທົ່ວໂລກ. ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.
(ຂ່າວ: ກຕທ)

ຄໍາເຫັນ