![]() |
ໃນໂອກາດດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ສິງກະໂປ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ໃກ້ຊິດຕະຫຼອດໄລຍະ 52 ປີຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍຜ່ານການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະ ຫວ່າງການນໍາຂັ້ນສູງ ແລະ ການພົວພັນລະຫວ່າງປະຊາຊົນຂອງທັງສອງປະເທດຢ່າງເປັນປົກກະຕິ ແລະ ນັບມື້ກໍຍິ່ງເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື່ອຍໆ ຊຶ່ງຈະເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນດ້ານຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ແລະ ເພີ່ມທະວີການພົວພັນຮ່ວມມືທາງດ້ານ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການບໍລິການ, ພະລັງງານສະອາດ, ການພັດທະນາຊັບພະຍາກອນມະນຸດ ແລະ ຂົງເຂດອື່ນໆ ໃຫ້ມີຄວາມ ແໜ້ນແຟ້ນຍິ່ງຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພົ້ນເດັ່ນ ພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ນໍາເອົາຄວາມຍື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຖິງ ພະນະທ່ານ ປະທານາທິບໍດີ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ປະຊາຊົນສິງກະໂປ ທຸກຖວນໜ້າ ຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນຢ່າງຕໍ່ເນື່ອງ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ລໍເຣນສ ວອງ ທີ່ໄດ້ສົ່ງສານສະແດງຄວາມຍິນດີໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ແລະ ຕໍ່ການເຊື້ອເຊີນອັນອົບອຸ່ນເພື່ອເດີນທາງໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການໃນເວລາທີ່ເໝາະສົມ; ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນສິງກະໂປ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລໍ້າຄ່າດ້ານພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຜ່ານການສະ ໜອງທຶນການສຶກສາທັງໄລຍະຍາວ ແລະ ທຶນຝຶກອົບຮົບໄລຍະສັ້ນ ຊຶ່ງໄດ້ກາຍເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງລາວໃນແຕ່ລະໄລຍະເປັນຢ່າງດີ; ສປປ ລາວ ຢືນຢັນທີ່ຈະສະໜັບສະໜູນຢ່າງເຕັມທີ່ຕໍ່ການເປັນປະທານອາຊຽນຂອງສິງກະໂປໃນປີ 2027 ພ້ອມທັງສະແດງຄວາມຂອບໃຈ ສິງກະໂປ ສໍາລັບການສະໜັບສະໜູນຂອງ ສປປ ລາວ ໃນໄລຍະການເປັນປະທານອາຊຽນໃນປີ 2024 ຜ່ານມາ.
(ຂ່າວ: ກຕທ)

ຄໍາເຫັນ