![]() |
ໃນພິທີ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານຜົນສໍາເລັດຂອງ ມຊ ຕະຫຼອດ 30 ປີ ໂດຍຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງການສຶກສາຊັ້ນສູງ ກໍຄືການພັດທະນາມະຫາວິທະຍາ ໄລໃນໄລຍະຜ່ານມາ. ວັນທີ 5 ພະຈິກ 1996 ເປັນວັນປະຫວັດສາດສໍາຄັນຂອງຂົງເຂດການສຶກສາລາວ ເພາະເປັນວັນທີ່ ມຊ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມດຳລັດນາຍົກລັດຖະມົນຕີ ເລກທີ 50/ນຍ, ລົງວັນທີ 9 ມິຖຸນາ 1995, ໂດຍການຮວບຮວມເອົາບັນດາສະຖາບັນການສຶກສາຊັ້ນສູງທີ່ເຄີຍຂຶ້ນກັບຫຼາຍກະຊວງ ມາໂຮມເຂົ້າເປັນມະຫາວິທະຍາໄລທີ່ຄົບວົງຈອນແຫ່ງທຳອິດຂອງປະເທດ ຊຶ່ງການສ້າງຕັ້ງ ມຊ ບໍ່ແມ່ນພຽງແຕ່ການຮວບຮວມສະຖາບັນການສຶກສາເຂົ້າກັນເທົ່ານັ້ນ, ແຕ່ຍັງເປັນການວາງຮາກຖານໃໝ່ໃຫ້ການຜະລິດບຸກຄະລາກອນຂັ້ນສູງ, ການຄົ້ນຄວ້າວິທະຍາສາດ, ການຖ່າຍທອດຄວາມຮູ້ ແລະ ການບໍລິການວິຊາການໃຫ້ສັງຄົມ.
![]() |
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ມຊ ໄດ້ຜ່ານຜ່າທັງໂອກາດ ແລະ ສິ່ງທ້າທາຍຫຼາຍປະການ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດຂອງສູນກາງພັກ ແລະ ລັດ ຖະບານ, ການນຳກະຊວງ ສສກ, ການນຳມະຫາວິທະຍາໄລ, ຄວາມທຸ່ມເທເສຍສະຫຼະຂອງຄູ-ອາຈານ ແລະ ການສະໜັບສະໜູນຈາກພາກສ່ວນຕ່າງໆ, ມຊ ຈຶ່ງເລີ່ມເຕີບໃຫຍ່ຂະຫຍາຍຕົວມາຢ່າງຕໍ່ເນື່ອງ ຄືດັ່ງປັດຈຸບັນນີ້. ຈາກການເລີ່ມຕົ້ນດ້ວຍຄະນະວິຊາຈຳນວນໜຶ່ງ, ມຊ ໄດ້ຂະຫຍາຍໂຄງສ້າງການຈັດຕັ້ງ, ສ້າງຄະນະວິຊາ, ສະຖາບັນ, ສູນຄົ້ນຄວ້າ ແລະ ບັນດາຫ້ອງການບໍລິຫານວຽກງານຕ່າງໆ ໃຫ້ມີຄວາມຄົບຖ້ວນຫຼາຍຂຶ້ນ. ໃນປັດຈຸບັນ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 4 ຫ້ອງການ, ມີຫຼັກສູດນັບແຕ່ຂັ້ນປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ 263 ຫຼັກສູດ ແລະ ມີນັກສຶກສາຫຼາຍກວ່າ 18 ພັນຄົນ.
![]() |
ລວມຈໍານວນຜູ້ທີ່ສໍາເລັດການສຶກສາໃນ 30 ປີຜ່ານມາ ມີ 142,910 ຄົນ. ໃນນັ້ນ, ຍິງ 56,088 ຄົນ. ຄຽງຄູ່ກັນນັ້ນ, ໃນຍຸກທີ່ໂລກມີການເຊື່ອມໂຍງຢ່າງເລິກເຊິ່ງ, ມຊ ກໍໄດ້ຂະຫຍາຍການຮ່ວມມືກັບມະຫາວິທະຍາໄລ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ. ປັດຈຸບັນໄດ້ມີການເຊັນສັນຍາຮ່ວມມື 104 ສັນຍາ ຈາກ 18 ປະເທດໃນພາກພື້ນ ແລະ ສາກົນ.
![]() |
ໂອກາດນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດ ວ່າດ້ວຍການມອບຫຼຽນໄຊແຮງງານຊັ້ນ I ໃຫ້ ມຊ ໃຫ້ກຽດປະດັບຫຼຽນໄຊແຮງງານ ໂດຍທ່ານ ທອງສະລິດ ມັງໝໍ່ເມກ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ມຊ ຫຼາຍບັນຫາສໍາຄັນດັ່ງນີ້: ໜຶ່ງ: ການສຶກສາ ແມ່ນຮາກຖານຂອງອະນາຄົດ ແລະ ການພັດທະນາຂອງປະເທດ ບໍ່ວ່າຈະຢູ່ໃນຍຸກໃດສະໄໝໃດກໍຕາມ, ວຽກງານສຶກສາແມ່ນວຽກງານຍຸດທະສາດສໍາຄັນ ເປັນພື້ນຖານຂອງຄວາມເປັນຊາດ. ສະນັ້ນ, ການພັດທະນາ ມຊ ຕ້ອງຕິດພັນກັບປະຫວັດສາດ ແລະ ມູນເຊື້ອຂອງການສຶກສາລາວ, ມູນເຊື້ອຂອງການປະຕິວັດ. ມຊ ຕ້ອງສ້າງຖັນແຖວຄູ-ອາຈານ ແລະ ນັກສຶກສາ ທີ່ກຳແໜ້ນແນວທາງ, ນະໂຍບາຍຂອງພັກ-ລັດ, ມີອຸດົມການການເມືອງ ທີ່ໜັກແໜ້ນ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີລະດັບຄວາມຮູ້-ຄວາມສາມາດ, ລະດັບວິຊາສະເພາະ-ວິຊາການທີ່ທຽມທັນກັບຍຸກສະໄໝ ແລະ ຄວມຮຽກຮ້ອງຕ້ອງການ. ມຊ ນອກຈາກເປັນບ່ອນຖ່າຍທອດຄວາມຮູ້ດ້ານວິຊາການແລ້ວ, ຕ້ອງໄດ້ສ້າງບຸກຄະລາກອນ ທີ່ມີຄວາມພ້ອມຮອບດ້ານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາລາວ ທີ່ຮັບຮູ້ນໍາກັນແລ້ວນັ້ນ: 3 ລັກສະນະຄື: ລັກສະນະຊາດ, ລັກສະນະວິທະຍາສາດ ແລະ ທັນສະໄໝ, ລັກສະນະມະຫາຊົນ; 5 ຫຼັກມູນຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພະລະສຶກສາ, ສິລະປະສຶກສາ. ບຸກຄະລາກອນ ທີ່ຜ່ານການສຶກສາຄົ້ນຄວ້າ ແລະ ຈົບຈາກ ມຊ ຕ້ອງມີຄຸນນະພາບ, ມີຄວາມພຽບພ້ອມ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງຂອງທັງພາກລັດ ແລະ ເອກະຊົນ; ສອງ: ພັດທະນາຫຼັກສູດການຮຽນ-ການສອນ ທີ່ສອດຄ່ອງກັບທ່າແຮງຂອງຊາດ, ຄວາມຕ້ອງການຂອງສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ: ໃນຍຸກໂລກາພິວັດຄືໃນປັດຈຸບັນ, ວິທະຍາສາດເຕັກໂນໂລຊີ ມີການພັດທະນາແບບກ້າວກະໂດດ, ການຮຽນ-ການສອນ ກໍມີການພັດທະນາໄປພ້ອມໆກັນ.
![]() |
ສະນັ້ນ, ຫຼັກສູດວິຊາໃນລະດັບຊັ້ນຕ່າງໆຂອງ ມຊ ຕ້ອງມີການປັບປຸງຢູ່ຕະຫຼອດເວລາ. ໃນນັ້ນ, ຕ້ອງຄໍານຶງເຖິງການສ້າງຄົນ ເພື່ອມາຮອງຮັບຂະແໜງການປາຍແຫຼມຂອງປະເທດຊາດ, ສະໜອງບຸກຄະລາກອນ ທີ່ມີຄຸນະພາບໃຫ້ສັງຄົມ ເພື່ອພັດທະນາປະເທດ. ວິທີການສິດສອນ, ຖ່າຍທອດຄວາມຮູ້ ກໍຕ້ອງມີການພັດທະນາ, ຕ້ອງຫັນຈາກການເນັ້ນຖ່າຍທອດຄວາມຮູ້ພຽງຢ່າງດຽວ ໄປສູ່ການພັດທະນາຄວາມຄິດວິເຄາະ-ວິໄຈ, ການແກ້ໄຂບັນຫາ, ຄວາມຄິດສ້າງສັນ, ການຮຽນຮູ້ຕະຫຼອດຊີວິດ ແລະ ຄວາມສາມາດນໍາຄວາມຮູ້ໄປໃຊ້ໃນຕົວຈິງ. ສ້າງ ມຊ ໃຫ້ກາຍເປັນສະຖາບັນການສຶກສາຂັ້ນສູງ ທີ່ດີເດັ່ນຂອງປະເທດ ແລະ ຖືກຈັດອັນດັບໃນລະດັບທີ່ດີຂອງສາກົນ, ສູ້ຊົນໃຫ້ຖືກຈັດອັນດັບທີ່ດີຂຶ້ນ ຂອງບັນດາມະຫາວິທະຍາໄລໃນພາກພື້ນອາຊີ (ປີ 2026 ຖືກຈັດລະດັບຢູ່ທີ່ລະດັບ 2,016) ເມື່ອທຽບກັບຫຼາຍປະເທດ, ຫຼາຍສະຖາບັນການສຶກສາຂັ້ນສູງຕ່າງໆ ທີ່ສ້າງຕັ້ງມາຍາວນານ ແລະ ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ແຕ່ກໍເຊື່ອໝັ້ນວ່າ ມຊ ຂອງພວກເຮົາຖ້າພ້ອມກັນຕັດສິນໃຈບຸກບືນສູ້ຊົນແລ້ວ ຈະສາມາດຍົກລະດັບໃຫ້ນັບມື້ນັບສູງຂຶ້ນໄດ້ດ້ວຍກໍາລັງແຮງພາຍໃນ ແລະ ດ້ວຍການຮຽນຮູ້ຈາກສາກົນ; ສາມ: ຍົກລະດັບການຄົ້ນຄວ້າຂອງຖັນແຖວຄູ-ອາຈານ ແລະ ນັກສຶກສາ, ສ້າງ ມຊ ໃຫ້ກາຍເປັນສູນກາງຂອງການຄົ້ນຄວ້າວິທະຍາສາດຂອງຊາດ, ມຊ ບໍ່ຄວນເປັນພຽງບ່ອນຖ່າຍທອດຄວາມຮູ້, ແຕ່ຕ້ອງເປັນແຫຼ່ງສ້າງຄວາມຮູ້ໃໝ່ ເປັນສູນລວມຄັ້ງປັນຍາ ແລະ ເປັນກໍາລັງສໍາຄັນໃນການແກ້ໄຂບັນຫາຂອງສັງຄົມ; ຕ້ອງຊຸກຍູ້ການຄົ້ນຄວ້າໃນຂະແໜງການທີ່ປະເທດມີຄວາມຕ້ອງການເຊັ່ນ: ກະສິກຳ, ອຸດສາຫະກຳ, ພະລັງງານ, ສິ່ງແວດລ້ອມ, ສາທາລະນະສຸກ, ເສດຖະກິດດີຈີຕອນ, ການບໍລິຫານລັດ ແລະ ການພັດທະນາຊຸມຊົນ; ສ້າງ ແລະ ຍົກລະດັບເຄືອຂ່າຍການພົວພັນຮ່ວມມື ໃນການສຶກສາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນວິທະຍາສາດ ກັບສະຖາບັນການສຶກສາຕ່າງປະເທດ. ຜົນການຄົ້ນຄວ້າຕ້ອງສາມາດນໍາໄປໃຊ້ປະໂຫຍດໄດ້ຈິງ, ຊ່ວຍຍົກລະດັບການຜະລິດ, ເພີ່ມມູນຄ່າຜະລິດຕະພັນ, ປັບປຸງການບໍລິການ ແລະ ສະໜອງຂໍ້ມູນທາງວິຊາການໃຫ້ການກໍານົດນະໂຍບາຍຂອງລັດ; ສີ່: ຕ້ອງສ້າງຄູ-ອາຈານ ແລະ ນັກວິຊາການໃຫ້ມີຄຸນນະພາບສູງ: ຄູ-ອາຈານ ແມ່ນປັດໄຈຕັດສິນຄຸນນະພາບການສຶກສາ. ສະນັ້ນ, ມຊ ຕ້ອງໃຫ້ຄວາມສໍາຄັນຕໍ່ການພັດທະນາຄວາມສາມາດຂອງຄູ-ອາຈານຢ່າງຕໍ່ເນື່ອງ, ທັງດ້ານຄວາມຮູ້ສາຂາວິຊາ, ວິທີການສິດສອນ, ພາສາຕ່າງປະເທດ, ທັກສະດີຈີຕອນ, ຈັນຍາບັນ-ຈັນຍາທໍາຕໍ່ວິຊາຊີບ ແລະ ຄວາມສາມາດຄົ້ນຄວ້າວິທະຍາສາດ; ຕ້ອງມີກົນໄກ ທີ່ເໝາະສົມໃນການດຶງດູດ, ຮັກສາ ແລະ ສົ່ງເສີມບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ ພ້ອມທັງສ້າງບັນຍາກາດການເຮັດວຽກ ທີ່ເອື້ອອໍານວຍຕໍ່ການສິດສອນ ແລະ ການຄົ້ນຄວ້າວິທະຍາສາດ; ຫ້າ: ສ້າງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກໃຫ້ການຮຽນ-ການສອນ ຕ້ອງປັບປຸງ, ພັດທະນາ ແລະ ນໍາໃຊ້ພື້ນຖານໂຄງລ່າງ (ຕຶກອາຄານ, ຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນ-ການສອນ) ໃຫ້ຄຸ້ມຄ່າ ແລະ ທັນສະໄໝ, ຕ້ອງມີການວາງແຜນຜັງພັດທະນາ ທີ່ເປັນລະບົບຄົບຊຸດ, ມີທັງເຂດສີຂຽວ, ເຂດຈັດກິດຈະກຳກາງແຈ້ງ, ສູນກິລາ, ຫ້ອງທົດລອງ, ຫໍສະໝຸດ ແລະ ອື່ນໆ, ສ້າງເງື່ອນໄຂສະດວກໃຫ້ທັງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ຊົມໃຊ້ຢ່າງມີປະສິດທິຜົນສູງ. ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ນັກສຶກສາ ໃຫ້ມີສະຖານທີ່ພັກອາໄສໄດ້ມາດຕະຖານ, ປັບປຸງຫໍພັກຄູ-ອາຈານ ແລະ ຫໍພັກນັກສຶກສາໃຫ້ເປັນລະບຽບ ແລະ ສະອາດຈົບງາມ. ມຊ ຕ້ອງເປັນແວ່ນແຍງໃຫ້ທຸກສະຖາບັນ ໃນທົ່ວສັງຄົມ. ມຊ ນອກຈາກເປັນສະຖານທີ່ຖ່າຍທອດບົດຮຽນລະຫວ່າງຄູ-ອາຈານ ແລະ ນັກສຶກສາແລ້ວ ຍັງເປັນສະຖານທີ່ຂອງການແລກປ່ຽນບົດຮຽນ, ຄວາມຮູ້ ປະສົບການຂອງບັນດາຜູ້ຊົງຄຸນວຸດທິ ແລະ ນັກປາດອາຈານຕ່າງໆ. ສະນັ້ນ, ຕ້ອງຄົ້ນຄວ້າສ້າງສະຖານທີ່ ທີ່ເໝາະສົມເປັນເວທີຂອງການສົນທະນາ, ການແລກປ່ຽນທັດສະນະ, ແລກປ່ຽນບົດຮຽນ ທີ່ອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍ.
(ຂ່າວ-ພາບ: ວັນເພັງ)





ຄໍາເຫັນ