![]() |
ກອງປະຊຸມໄດ້ຮັບກຽດກ່າວມີຄໍາເຫັນ ໂດຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕິ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ Anar Akhundov ຮອງລັດຖະມົນຕີ ກະຊວງເສດຖະກິດ, ສອາແຊັກໄບຊານ ໂດຍໄດ້ຢືນຢັນວ່າ ສປປ ລາວ ແລະ ສອາແຊັກໄບຊານ ມີສາຍພົວພັນທີ່ດີຕະຫຼອດໄລຍະ 30 ປີຜ່ານມາ ແລະ ໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນ ແລະ ເອກະພາບກັນວ່າ 2 ປະເທດ ມີທ່າແຮງທີ່ສາມາດເສີມຂະຫຍາຍການຮ່ວມມືທາງການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງໄດ້ປຽບຂອງແຕ່ລະປະເທດ.
ທ່ານ ວັນທະນາ ນໍລິນທາ ກໍາມະການ ຜູ້ປະຈໍາການ ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳສະເໜີ ນະໂຍບາຍ ແລະ ກາລະໂອກາດໃນການລົງທຶນຂອງ ສປປ ລາວ ໂດຍໄດ້ຢືນຢັນວ່າ ລັດຖະບານລາວ ສະໜັບສະໜູນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ຖືສຳຄັນໃນການປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ພ້ອມທັງເຊີນຊວນ ວິສາຫະກິດຂອງ ອາແຊັກໄບຊານ ສຶກສາກາລະໂອກາດໃນການລົງທຶນຢູ່ ສປປ ລາວ ໃນ 5 ຂະແໜງການຕົ້ນຕໍ ຄື: ການປຸງແຕ່ງກະສິກຳທີ່ມີມູນຄ່າສູງ, ການປຸງແຕ່ງແຮ່ທາດ (ລັດຖະບານລາວເປີດຮັບການລົງທຶນໃນອຸດສາຫະກຳປາຍນໍ້າຂອງກິດຈະການແຮ່ທາດ ເພື່ອສ້າງມູນຄ່າເພີ່ມຢູ່ພາຍໃນປະເທດ), ນໍ້າມັນ (ສົ່ງອອກນໍ້າມັນຈາກ ອາແຊັກໄບຊານ ມາ ສປປ ລາວ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສ້າງໂຮງກັ່ນນໍ້າມັນຢູ່ ສປປ ລາວ), ໂລຈີສຕິກ ແລະ ການທ່ອງທ່ຽວ.
![]() |
ໃນຕອນທ້າຍ ຍັງໄດ້ມີການປຶກສາຫາລືລະຫວ່າງພາກລັດ ກ່ຽວກັບກົນໄກ ແລະ ກາລະໂອກາດໃນການເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນກັນໃນຕໍ່ໜ້າ ແລະພາກທຸລະກິດ ຂອງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືກັນທາງທຸລະກິດ ໂດຍສະເພາະ ການຊື້-ຂາຍພະລັງງານ, ການປຸງແຕ່ງແຮ່ທາດ ແລະ ການສ້າງກອງທຶນພັດທະນາພື້ນຖານໂຄງລ່າງ.
(ຂ່າວ:ກຕທ)


ຄໍາເຫັນ