![]() |
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄືການພົວພັນຮ່ວມມື ຂອງ ສປປ ລາວ ກັບ ຕາຕາຣສະຖານ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງ ສະເໜີຝ່າຍຣັດເຊຍ ຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການໄປມາຫາສູ່ຊຶ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ໂດຍໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ສປປ ລາວ ໃຫ້ແກ່ປະຊາຊົນຕາຕາຣສະຖານ ໃຫ້ຮູ້ຈັກຫຼາຍຂຶ້ນ ເພື່ອເປັນພື້ນຖານຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຕື່ມ ເປັນຕົ້ນ: ເສດຖະກິດ, ວັດທະນະທຳ-ສັງຄົມ, ອຸດສາຫະກຳ, ການຄ້າ, ການລົງທຶນ ແລະ ອື່ນໆ. ນອກນັ້ນ ຍັງໄດ້ສະເໜີສ້າງກົນໄກປະສານງານ ລະຫວ່າງ ສະພາການຄ້າ ລາວ-ຕາຕາຣສະຖານ ໃຫ້ມີຄວາມໃກ້ຊິດ ແລະ ເປັນປົກກະຕິ; ສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງເມືອງແຮກສ່ຽວ ລະຫວ່າງ ເມືອງກາຊານ ກັບ ເມືອງໃດໜຶ່ງ ຂອງ ສປປ ລາວ ເພື່ອສົ່ງເສີມການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດ.
ທ່ານ ຣຸດສຕໍາ ມິນນິຄານົບ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະເໜີກ່ຽວກັບແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ, ລວມທັງທ່າແຮງດ້ານເສດຖະກິດ ຂອງສາທາລະນະລັດ ຕາຕາຣສະຖານ ເປັນຕົ້ນການຜະລິດຍົນເຮລີຄອບເຕີ, ລົດບັນທຸກກາມາສ, ດ້ານໂທລະຄົມ ແລະ ການສື່ສານ, ການຜະລິດ-ການຂົນສົ່ງນໍ້າມັນ ແລະ ອື່ນໆ ເພື່ອຍົກລະດັບການຮ່ວມມື ໃຫ້ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.
(ຂ່າວ: ສນຍ)

ຄໍາເຫັນ