![]() |
ກ່ອນເຂົ້າສູ່ວາລະດຳເນີນກອງປະຊຸມຢ່າງເປັນທາງການ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕາງໜ້າບັນດາສະມາຊິກລັດຖະບານ ມອບກະຕ່າດອກໄມ້ອວຍພອນ ແລະ ຊົມເຊີຍ ຕໍ່ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາທ່ານສະມາຊິກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ຕະຫຼອດໄລຍະທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າໃນຕໍ່ໜ້າຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ມີຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້ ໃນແຕ່ລະໄລຍະ.
ກອງປະຊຸມຄັ້ງນີ້ ເປີດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາ ເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການກະກຽມວຽກງານຮອບດ້ານເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຫາກໍສຳເລັດ ຊຶ່ງໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ຮ່າງກົດໝາຍ ຈຳນວນ 8 ສະບັບ (ປັບປຸງ 7 ສະບັບ ແລະ ສ້າງໃໝ່ 1 ສະບັບ) ແລະ ບັນຫາສໍາຄັນຕ່າງໆຂອງຊາດ.
![]() |
ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ 6 ວາລະ ແລະ 7 ຫົວຂໍ້ທີ່ສໍາຄັນ ຄື:
ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2026 ຂອງລັດຖະບານ; ແລະ (2) ການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027;
ວາລະທີ 2: ຮ່າງມະຕິ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ;
ວາລະທີ 3: ຮ່າງມະຕິ ວ່າດ້ວຍການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ;
ວາລະທີ 4: ຮ່າງຍຸດທະສາດການສົ່ງເສີມ ແລະ ຄຸ້ມຄອງການນໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກ;
ວາລະທີ 5: ຮ່າງດຳລັດ ວ່າດ້ວຍນະໂຍບາຍນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ;
ວາລະທີ 6: ຮ່າງດໍາລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ


ຄໍາເຫັນ