ຂ້າພະເຈົ້າມີຄວາມພາກພູມໃຈຢ່າງຍິ່ງທີ່ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍຄື ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບສະມາຄົມພຸດທະສາສະໜານະຄອນເຊິນເຈິ້ນ ແລະ ວັດຫົງຟ້າ, ສປ ຈີນ ຈັດກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແຕ່ວັນທີ 25-30 ຕຸລາ 2026 ພາຍໃຕ້ຫົວຂໍ້: ''ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ'' ໃນມື້ນີ້.
ຂ້າພະເຈົ້າຂໍສະແດງຄວມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນອັນເປັນຮູບປະທຳຂອງກອງປະຊຸມໃນແຕ່ລະຄັ້ງຜ່ານມາທີ່ໄດ້ນຳເອົາປະໂຫຍດແທ້ຈິງແກ່ສັງຄົມນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມອັນບໍ່ຮູ້ອິດຮູ້ເມື່ອຍ ແລະ ການອຸທິດກໍາລັງແຮງຮອບດ້ານຂອງບັນດາພະອາຈານໃຫຍ່ກໍຄືຄະນະກຳມະການທຸກພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈເຜີຍແຜ່ພຸດທະສາສະໜາ ກໍຄືຫຼັກຄຳສອນຂອງພະພຸດທະເຈົ້າໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນຜູ້ທີ່ເຊື່ອຖືສາສະໜາພຸດນັບມື້ນັບກວ້າງຂວາງ.
ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນດ້ວຍໄມຕີຈິດອັນອົບອຸ່ນ ແລະ ຄວາມຊົມເຊີຍອັນປະເສີດ ມາຍັງກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ ຄັ້ງທີ 11 ນີ້ຢ່າງສຸດອົກສຸດໃຈ.
ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າກອງປະຊຸມຄັ້ງນີ້ ຈະເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ລະຫວ່າງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຈະນໍາເອົາຜົນປະໂຫຍດອັນໃໝ່ໃຫຍ່ຫຼວງ ແລະ ຄວາມສະຫງົບສຸກ ມາໃຫ້ແກ່ມວນມະນຸດ ຕາມພຸດທຳຄຳສອນຂອງພະສາດສະດາສຳມາສຳພຸດທະເຈົ້າ.
ທ້າຍສຸດນີ້, ຂໍອວຍພອນໄຊອັນປະເສີດ ມາຍັງບັນດາພະອາຈານໃຫຍ່ຜູ້ນຳທາງພຸດທະສາສະໜາແຕ່ລະປະເທດ ແລະ ເຂດແຄວ້ນ, ພະເຖຣານຸເຖຣະ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ.
ຂໍອວຍພອນໃຫ້ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ 11 ນີ້ ທີ່ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ ຈົ່ງປະສົບຜົນສຳເລັດຢ່າງງົດງາມ.
ຄໍາເຫັນ