![]() |
ທ່ານ ນາງ ໄຊທານີ ຈັນທະວົງສາ ກ່າວຕື່ມວ່າ: ການຈັດກິດຈະກຳດັ່ງກ່າວ ເປັນການສະແດງນ້ຳໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງກຸ່ມນັກທຸລະກິດໜຸ່ມ ແລະ ຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ທຸກໆປີຈະມີກິດຈະກຳຊ່ວຍເຫຼືອສັງຄົມ ເພື່ອປະກອບສ່ວນສ້າງປະໂຫຍດໃຫ້ຊຸມຊົນ ແລະ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ. ສ່ວນຕົນເອງແລ້ວມີຄວາມຍິນດີ ແລະ ດີໃຈທີ່ໄດ້ເປັນສ່ວນໜຶ່ງໃນກິດຈະກຳໃນຄັ້ງນີ້ ແລະ ຂໍຂອບໃຈບັນດາກຸ່ມສະມາຄົມນັກທຸລະກິດໜຸ່ມ ແລະ ຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ທີ່ມີນ້ຳໃຈຮ່ວມສົມທົບທຶນ ແລະ ຈັດຊື້ສິ່ງຂອງທີ່ຈຳເປັນ ເພື່ອນຳມາມອບໃຫ້ໂຮງໝໍແຫ່ງນີ້. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຄົມນັກທຸລະກິດ ແລະ ພາກສ່ວນທຸລະກິດຕ່າງໆ ຮ່ວມກັນເພີ່ມພູນກິດຈະກຳຊ່ວຍ ເຫຼືອສັງຄົມ ໂດຍສະເພາະການສະໜັບສະໜູນໂຮງໝໍ ທີ່ຍັງຂາດແຄນອຸປະກອນການແພດ ແລະ ສິ່ງຂອງຈຳເປັນສຳລັບຄົນເຈັບ ລວມທັງການຊ່ວຍເຫຼືອດ້ານການສຶກສາເຊັ່ນ: ອຸປະກອນການຮຽນ ແລະ ການສ້າງໂຮງຮຽນໃນເຂດຫ່າງໄກສອກຫຼີກ.
ຮອງປະທານສະມາຄົມນັກທຸລະກິດໜຸ່ມ ຍັງເນັ້ນຕື່ມວ່າ: ການແບ່ງປັນທຶນຮອນ ແລະ ສິ່ງຂອງຕາມກຳລັງຂອງແຕ່ລະພາກສ່ວນ ເຖິງແມ່ນຈະເປັນຈຳນວນບໍ່ຫຼາຍ ແຕ່ກໍສາມາດສ້າງຄຸນຄ່າ ແລະ ຊ່ວຍບັນເທົາຄວາມຫຍຸ້ງຍາກໃຫ້ຄົນເຈັບ ແລະ ປະຊາຊົນທີ່ລໍຖ້າຄວາມຊ່ວຍເຫຼືອໄດ້. ດັ່ງນັ້ນ, ການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ ຈຶ່ງເປັນກຳລັງສຳຄັນໃນການສ້າງສັງຄົມທີ່ເອື້ອອາທອນ ແລະ ຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ. ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ.
![]() |
![]() |



ຄໍາເຫັນ