![]() |
ໃນ 9 ເດືອນຜ່ານມາ, ດ່ານສາກົນຂົວມິດຕະພາບນໍ້າເຫືອງ ສາມາດຈັດເກັບລາຍຮັບຜ່ານປະຕູດຽວໄດ້ທັງໝົດ 6,117,030,000 ກີບ, ຊຶ່ງປະກອບມີ: ຄ່າທຳນຽມພາຫະນະ ເຂົ້າ-ອອກ: 4,415,920,000 ກີບ ແລະ ຄ່າບໍ ລິການ: 1,701,110,000 ກີບ, ໃນນັ້ນແບ່ງອອກເປັນ: ຄ່າບໍລິການຄົນ ເຂົ້າ-ອອກ: 282,770,000 ກີບ, ຄ່າບໍລິ ການພາຫະນະ ເຂົ້າ-ອອກ: 222,180,000 ກີບ, ຄ່າບໍລິການກວດກາສິນຄ້າກະສິກຳ: 27,860,000 ກີບ, ຄ່າບໍລິ ການກວດປະເພດອາຫານ ແລະ ຢາ: 77,455,000 ກີບ, ຄ່າບໍລິການລົດຜ່ານຂົວ: 912,655,000 ກີບ ແລະ ກອງທຶນທ່ອງທ່ຽວ: 178,190,000 ກີບ.
![]() |
ສຳລັບການຈັດເກັບລາຍຮັບຂອງຂະແໜງພາສີ ແມ່ນໄດ້ກຳນົດຄຸ້ມຄອງແບບທັນສະໄໝ ໂດຍນຳໃຊ້ລະບົບ ອາຊີໂກດະ, ເອັນເອັດດັບເບິນຢູເອພາດ, ຟິນລິງ, ເອັກສະເລ ແລະ ບໍ 53. ທ່ານ ອຸ່ມ ພານຸເດດ ໄດ້ໃຫ້ຮູ້ຕື່ມອີກວ່າ: ໃນສົກປີ 2026 ດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຮັບແຜນຈັດເກັບລາຍຮັບທັງໝົດ614,133,000,000 ລ້ານກີບ. ມາຮອດວັນທີ 7 ກັນຍາ 2026 ສາມາດຈັດເກັບຕົວຈິງໄດ້ 423,458,000,000 ກວ່າກີບ, ເທົ່າກັບ 68,95% ຂອງແຜນການປີ. ສຳລັບທິດທາງແຜນການ 3 ເດືອນທ້າຍປີ 2026 ນີ້, ຄະນະຄຸ້ມຄອງດ່ານ ຈະສືບຕໍ່ສຸມໃສ່ຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້.
![]() |
ຂ່າວ: ແກ່ນທ້າວ



ຄໍາເຫັນ