![]() |
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈໄດ້ມີຂຶ້ນໃນວັນທີ 26 ຕຸລາຜ່ານມາທີ່ ແຂວງຈຳປາສັກລະຫວ່າງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຈຳປາສັກແລະສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໂດຍມີຄະນະນຳທັງສອງຝ່າຍເຂົ້າຮ່ວມ.
ສຳລັບເນື້ອໃນການຮ່ວມມືປະກອບມີ 5 ໂຄງການຈຸດສຸມ ຄື: ໂຄງການສ້າງຄວາມເຂັ້ມແຂງດ້ານການເມືອງ-ແນວຄິດ ແລະ ປູກຈິດສຳນຶກຮັກຊາດ; ໂຄງການຂະຫຍາຍກຳລັງແຮງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ ແລະ ເຂດເສດຖະກິດ; ໂຄງການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຜູ້ນຳໜຸ່ມສືບທອດຜ່ານກິດຈະກຳຄ້າຍຊາວໜຸ່ມລະດູແລ້ງ; ໂຄງການສົ່ງເສີມເສດຖະກິດກະສິກຳ, ຍົກລະດັບສີມືແຮງງານ ແລະ ສ້າງຕັ້ງສະຫະກອນກາເຟຊາວໜຸ່ມຈຳປາສັກ ແລະ ໂຄງການຊາວໜຸ່ມລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ.
![]() |
ສຳລັບການຈັດຕັ້ງປະຕິບັດ ຝ່າຍຄະນະບໍລິຫານງານພັກແຂວງຈຳປາສັກ ຈະເປັນຜູ້ຊີ້ນຳ, ປະສານງານ, ອຳນວຍຄວາມສະດວກດ້ານສະຖານທີ່, ພື້ນຖານໂຄງລ່າງ ແລະ ການປະສານກັບພາກສ່ວນຕ່າງໆ; ສ່ວນຝ່າຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະຮັບຜິດຊອບດ້ານເນື້ອໃນວິຊາການ, ຫຼັກສູດຝຶກອົບຮົມ, ການຈັດຫາບຸກຄະລາກອນ, ການລະດົມຊາວໜຸ່ມ ແລະ ການສ້າງຕັ້ງຮາກຖານຊາວໜຸ່ມໃນຂະແໜງການຕ່າງໆ.
ນອກຈາກນີ້ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍັງມີສ່ວນປະກອບໃນໂຄງການກໍ່ສ້າງທາງເບຕົງ ຈາກຂ້າງຫ້ອງການສະພາປະຊາຊົນແຂວງ ໄປຮອດສາມແຍກທາງໄປວັດບ້ານໂນນດູ່ ແລະ ແຍກໄປຫາອົງການກວດສອບພາກໃຕ້ ລວມທັງກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມ ແລະ ຂັບຂີ່ປອດໄພໃນງານບຸນອອກພັນສາ-ຊ່ວງເຮືອປະເພນີ ນະຄອນປາກເຊ ໂດຍມີມູນຄ່າລວມ 499,999,000 ກີບ.
ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ເປັນກົນໄກສຳຄັນໃນການປະສານຄວາມຮ່ວມມືລະຫວ່າງສອງຝ່າຍ ເພື່ອພັດທະນາຊາວໜຸ່ມ, ສ້າງຜູ້ນຳໜຸ່ມສືບທອດ, ຂະຫຍາຍການຈັດຕັ້ງຊາວໜຸ່ມສູ່ຂະແໜງການຜະລິດ ແລະ ທຸລະກິດ ພ້ອມທັງປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ.
ຂ່າວ-ພາບ: ຈັນທະວີສັກ


ຄໍາເຫັນ