ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ
ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ເປດການແຂງຂນຊວງເຮອປະເພນ ປະຈາປ 2026 ທທາວດຈນຢາງເປນທາງການ - image 1
 

ໃນພິທີ, ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ທັງເປັນປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ກ່າວວ່າ: ບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ແມ່ນຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ຊຶ່ງມີປະຫວັດຄວາມເປັນມາຍາວນານ, ຕາມການເລົ່າຂານສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານກໍເວົ້າວ່າມີມາແຕ່ສະໄໝເຈົ້າສຸລິຍະວົງ, ບາງທ່ານກໍເວົ້າວ່າມີມາແຕ່ເລື່ອງກຳພ້າຜີນ້ອຍ ແຕ່ກໍຍັງບໍ່ທັນຊັດເຈນວ່າມີມາແຕ່ສະໄໝໃດແທ້, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຢືນຢັນວ່າບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ແມ່ນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ສືບທອດກັນມາໄດ້ຫຼາຍເຊັ່ນຄົນແລ້ວ.

ເປດການແຂງຂນຊວງເຮອປະເພນ ປະຈາປ 2026 ທທາວດຈນຢາງເປນທາງການ - image 2
 

ການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ໄດ້ຈັດຂຶ້ນພາຍຫຼັງມື້ບຸນອອກພັນສາຂອງທຸກໆປີ ເປັນກິລາທາງໜ້ານໍ້າປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ, ໄດ້ມາພັກຜ່ອນຢ່ອນໃຈພາຍຫຼັງສຳເລັດການເກັບກູ້ຜົນຜະລິດ. ນອກຈາກນັ້ນ, ຍັງເປັນໂອກາດໃຫ້ປະຊາຊົນໄດ້ເຕົ້າໂຮມຄວາມສາມັກຄີ ຊຶ່ງກັນ ແລະ ກັນ, ທັງເປັນການສ້າງເງື່ອນໄຂໃຫ້ຊາວຄ້າຂາຍໄດ້ແລກປ່ຽນບົດຮຽນ ແລະ ຜົນຜະລິດ ຊຶ່ງກັນ ແລະ ກັນ ພາຍຫຼັງແຕ່ລະຄອບຄົວໄດ້ສຸມໃສ່ການຜະລິດໃນໄລຍະເຂົ້າພັນສາ 3 ເດືອນ.

ເປດການແຂງຂນຊວງເຮອປະເພນ ປະຈາປ 2026 ທທາວດຈນຢາງເປນທາງການ - image 3
 

ເພື່ອເຮັດໃຫ້ບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ແຕ່ລະປີມີຄວາມປອດໄພ, ສະດວກສະບາຍສໍາເລັດຕາມຄາດໝາຍທີ່ວາງໄວ້, ກ່ອນຈະຈັດງານບຸນດັ່ງກ່າວທຸກໆປີ, ເຖົ້າແກ່ບູຮານໄດ້ຈັດພິທີຄອບໄຄວ່, ຂໍພອນ, ຂໍນໍ້າຈາກເຈົ້າແມ່ຄົງຄາ, ເຈົ້າແຫ່ງບາດານເມືອງພະຍານາກ, ຂໍພອນຈາກເຈົ້າຖິ່ນ, ເຈົ້າຖານລຸກຂະເທວະດາ ແລະ ສິ່ງສັກສິດທັງປວງໃຫ້ປົກປ້ອງຄຸ້ມຄອງ, ເປັນສີຣິມຸງຄຸນໃຫ້ບຸນຊ່ວງເຮືອ ກໍຄືປະເທດຊາດບ້ານເມືອງ, ປະຊາຊົນມີຄວາມສະຫງົບປອດໄພ, ຢູ່ຊຸ່ມກິນເຢັນຈະເລີນກ້າວໜ້າ.

ສໍາລັບ ປີ 2026 ທີ່ເມືອງຈັນທະບູລີ ໃນນາມເປັນເມືອງເຈົ້າພາບ ກໍໄດ້ສົມທົບກັບບັນດາເມືອງໃກ້ຄຽງຄື: ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂັ້ນ ນວ ກໍໄດ້ເຮັດຄືກັນກັບທຸກໆປີຜ່ານມາ, ບັນດາກິດຈະກຳຕ່າງໆ ແມ່ນໄດ້ຈັດຕັ້ງປະຕິບັດແລ້ວ, ສ່ວນການບູຊາໜ້ານໍ້າແມ່ນໄດ້ຈັດຕັ້ງແຕ່ວັນທີ 26 ຕຸລາຜ່ານມາ ຕາມຮີດຄອງປະເພນີ. ການແຂ່ງຂັນຊ່ວງເຮືອໃນປີນີ້, ເຮືອເຂົ້າຮ່ວມແຂ່ງຂັນມີເຮືອ 30 ສີພາຍ ແລະ 12 ສີພາຍ ຍິງ-ຊາຍ ລວມທັງໝົດມີ 18 ລຳ ແລະ ການແຂ່ງຂັນຈະໄດ້ມີພິທີປິດ ແລະ ມອບລາງວັນໃນຕອນແລງຂອງວັນດຽວກັນນີ້.

ເປດການແຂງຂນຊວງເຮອປະເພນ ປະຈາປ 2026 ທທາວດຈນຢາງເປນທາງການ - image 4
 

ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ກ່າວຕື່ມວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປີນີ້ມີຜົນສໍາເລັດຕາມຄາດໝາຍຢ່າງຈົບງາມ ຂໍຮຽກຮ້ອງມາຍັງບັນດາທ່ານຄະນະຮັບຜິດຊອບແຕ່ລະພາກສ່ວນ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮຽກຮ້ອງມາຍັງຄະນະກຳມະການຈັດການແຂ່ງຂັນ, ຄະນະຮັບຜິດຊອບສີພາຍເຮືອຊ່ວງ ຕະຫຼອດຮອດນັກສີພາຍທຸກທ່ານຈົ່ງເຊີດຊູນໍ້າໃຈເຄົາລົບ ແລະ ປະຕິບັດກະຕິກາການແຂ່ງຂັນຢ່າງເຂັ້ມງວດ, ຖືເອົາຄວາມສາມັກຄີເປັນຫຼັກ, ຮູ້ອະໄພຊຶ່ງກັນ ແລະ ກັນ, ຮັກສາໄດ້ຈັນຍາບັນຂອງນັກສີພາຍທີ່ດີເລີດໃຫ້ໝັ້ນຄົງຕະຫຼອດໄປ, ຂໍຮຽກຮ້ອງມາຍັງບັນດາທ່ານແຂກ ແລະ ມວນຊົນ, ປະຊາຊົນທຸກເຜົ່າ, ທຸກເພດໄວຜູ້ມາຮ່ວມງານ ຈົ່ງຍົກສູງຄວາມຮັບຜິດ ຊອບເປັນເຈົ້າພາບຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ມີຜົນສໍາເລັດອັນຈົບງາມ.

ໂອກາດອັນເລີກງາມຍາມດີນີ້ ໃນນາມປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ປະຈໍາປີ 2026 ໄດ້ເປີດພິທີການແຂ່ງຂັນຊ່ວງເຮືອປະຈໍາປີ 2026 ຢ່າງເປັນທາງການ. ໂອກາດນີ້, ທ່ານ ທະນົງໄຊ ຄຸດໄພທູນ ພ້ອມຄະນະປະທານຈັດງານໄດ້ຂຶ້ນລັ່ນ ຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນໃນການເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ຢ່າງເປັນທາງການ.

ເປດການແຂງຂນຊວງເຮອປະເພນ ປະຈາປ 2026 ທທາວດຈນຢາງເປນທາງການ - image 5 (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ເພີ່ມເຕີມ