ໃນກອງປະຊຸມເມືອງແຮກສ່ຽວສາກົນຈີນ 2026 ທີ່ນະຄອນຊີ່ອ່ານ ແຂວງສານຊີ່ຈີນ, ໃນພິທີປິດປະຊຸມຄັ້ງນີ້ ໄດ້ມອບ “ລາງວັນປະກອບສ່ວນດີເດັ່ນຂອງເມືອງແຮກສ່ຽວສາກົນ” ໃຫ້ 20 ເມືອງ ແລະ ແຂວງຂອງຈີນ, ມອບ “ລາງວັນຄູ່ຮ່ວມງານດີເດັ່ນເມືອງເປັນມິດຕໍ່ຈີນ” ໃຫ້ 40 ແຂວງ ແລະ ເມືອງຕ່າງປະເທດ, ຍັງໄດ້ເຊັນສັນຍາເມືອງແຮກສ່ຽວ ແລະ ສັນຍາການຮ່ວມມືຕິດແທດຕົວຈິງ 12 ສະບັບ ຊຶ່ງມີເນື້ອໃນກ່ຽວຂ້ອງຫຼາຍຂົງເຂດ ລະຫວ່າງທ້ອງຖິ່ນຈີນແລະ ຕ່າງປະເທດ, ເຊັ່ນ: ການຄ້າ, ການລົງທຶນ, ການບໍລິຫານຕົວເມືອງ, ການແລກປ່ຽນວັດທະນະທຳ, ການບໍລິການສາທາລະນະ ແລະ ອື່ນໆ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ