ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດໄດ້ດຳເນີນການພົບປະເຈລະຈາ. ໃນການພົບປະເຈລະຈາ, ທ່ານ ເລມິງຮຶງ ສະແດງຄວາມຊົມເຊີຍ ທ່ານ ໂດນັລ ຕຸກ ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ພາຍຫຼັງ 16 ປີ. ການຢ້ຽມຢາມດຳເນີນໄປໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດໄດ້ຜ່ານຜ່າເສັ້ນທາງປະຫວັດສາດ 76 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1950:
ຫວຽດນາມ ຖືເປັນສຳຄັນ ແລະ ປາຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຫຼາຍດ້ານກັບ ສ ໂປໂລຍ ຢ່າງສະເໝີຕົ້ນສະເໝີປາຍ ຊຶ່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ຕາເວັນອອກກາງ. ຕີລາຄາສູງເປັນພິເສດ ແລະ ຖືເປັນສຳຄັນເລື່ອງສອງຝ່າຍໄດ້ພ້ອມກັນແລກປ່ຽນ ແລະ ຕົກລົງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ແລະ ກຳນົດບັນດາທິດທາງໃຫຍ່ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນກວ່າເກົ່າ.
ທ່ານ ໂດນັລ ຕຸກ ໄດ້ສະແດງຄວາມປະທັບໃຈຕໍ່ລະດັບຄວາມໄວ ການຫັນປ່ຽນອັນຕັ້ງໜ້າຢູ່ ຫວຽດນາມ, ທ່ານຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພະຍານຫຼັກຖານທີ່ດີເດັ່ນທີ່ສຸດໃນປະຫວັດສາດໂລກ ກ່ຽວກັບການຫັນຄວາມດຸໝັ່ນ, ຄວາມຄາດຫວັງບືນຕົວຂຶ້ນ ແລະ ຄຸນຄ່າຂອງສັນຕິພາບ ກາຍເປັນກຳລັງແຮງພັດທະນາທີ່ເຕັມໄປດ້ວບພູມປັນຍາ.
ໃນກອງປະຊຸມຂ່າວພາຍຫຼັງການພົບປະເຈລະຈາ, ທ່ານ ເລມິງຮຶງ ໃຫ້ຮູ້ວ່າ: ສອງຝ່າຍບັນລຸໄດ້ຄວາມເຫັນດີເປັນເອກະພາບສູງໃນຫຼາຍດ້ານ. ພິເສດ, ນາຍົກລັດຖະມົນຕີສອງທ່ານໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ແຜນການກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມື ຫວຽດນາມ - ໂປໂລຍ ໄລຍະ 2026-2030.
ຄໍາເຫັນ