ທ່ານ ພັນໂທ ແສງທອງ ສີຫາມົນຕີ ຮອງຫົວໜ້າຫ້ອງກອງບັນຊາການ ປກສ ເມືອງຈັນທະບູລີ ໃນນາມຫົວໜ້າອະນຸກຳມະການ ປ້ອງກັນງານບຸນອອກພັນສາປະຈຳປີ 2026 ໄດ້ໃຫ້ສຳພາດໃນວັນທີ 26 ຕຸລາຜ່ານມາ ວ່າ: ຄະນະກຳມະການໄດ້ຈັດຕັ້ງກຳລັງ ລົງປະຕິບັດໜ້າທີ່ຕົວຈິງຈຳນວນ 1,096 ສະຫາຍ ເພື່ອຮັບ ຜິດຊອບວຽກງານປ້ອງກັນຄວາມສະຫງົບໃນງານບຸນ ໂດຍໄດ້ເລີ່ມປະຕິບັດວຽກງານຢ່າງເປັນທາງການຕັ້ງແຕ່ວັນທີ 22 ຕຸລາ ເປັນຕົ້ນມາ ຊຶ່ງໄດ້ວາງມາດຕະການ ແລະ ຄວາມພ້ອມໃນການປະຕິບັດໜ້າທີ່ ການຈັດວາງກຳລັງເຈົ້າໜ້າທີ່ໄດ້ກະກຽມຄວາມພ້ອມ ແລະ ຈັດສັນກຳລັງເຂົ້າປະຈຳການໃນທຸກຈຸດສຳຄັນ ເພື່ອຮັບປະກັນຄວາມປອດໄພຢ່າງຮອບດ້ານ ແລະ ຮັບມືກັບຈຳນວນມວນຊົນ, ການປະເມີນສະພາບມວນຊົນ ຜ່ານການຕິດ ຕາມໃນໄລຍະວັນທີ 22-24 ຕຸລາຜ່ານມາ ເຫັນວ່າມີປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວງານບຸນຢ່າງ ໜາແໜ້ນ ແລະ ຄາດວ່າໃນມື້ສຸດທ້າຍຂອງງານ ຈະມີມວນຊົນຫຼັ່ງໄຫຼເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ກິດຈະກຳສຳຄັນໃນງານ ເຈົ້າໜ້າທີ່ໄດ້ວາງແຜນຮັກສາຄວາມປອດໄພຮອບດ້ານສຳລັບກິດຈະກຳຕ່າງໆ ເຊັ່ນ: ລອຍກະໂທງ, ໄຫຼເຮືອໄຟ, ການຈູດບັ້ງໄຟ, ຂະບວນແຫ່ ແລະ ການຕ້ອນຮັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າທ່ຽວຊົມງານບຸນປະເພນີດັ່ງກ່າວ.
(ຂ່າວ: ແສງຈັນ)
ຄໍາເຫັນ