ບົດລາຍງານຊີ້ໃຫ້ເຫັນວ່າ: ໃນບັນດາຄອບຄົວທີ່ມີລູກ, 45% ໄດ້ປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານໃນ 12 ເດືອນຜ່ານມາ, ໂດຍ 25% ຖືກຈັດໃນກຸ່ມທີ່ປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານຮ້າຍແຮງ. ໃນຂະນະດຽວກັນ, 37% ຂອງຄົວເຮືອນທີ່ມີລາຍໄດ້ປານກາງ ແລະ 53% ຂອງຄົວເຮືອນທີ່ມີລາຍໄດ້ຕໍ່າກໍປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານເຊັ່ນກັນ.
ຂ່າວລະບຸວ່າ: 85% ຂອງຄົວເຮືອນທີ່ປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານບໍ່ສາມາດໄດ້ຮັບອາຫານທີ່ຄົບຖ້ວນຕາມໂພຊະນາການ, ໃນຂະນະທີ່ 69% ລາຍງານວ່າປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານເປັນຄັ້ງທຳອິດໃນ 12 ເດືອນຜ່ານມາ. ນອກຈາກນັ້ນ, ຫຼາຍກວ່າ 50% ຂອງຄົວເຮືອນທີ່ເຊົ່າເຮືອນຢູ່ປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານເມື່ອທຽບກັບຄົວເຮືອນທີ່ເປັນເຈົ້າຂອງເຮືອນຢ່າງສົມບູນ ຊຶ່ງມີພຽງແຕ່ 12% ເທົ່ານັ້ນ.
ບົດລາຍງານດັ່ງກ່າວຮຽກຮ້ອງໃຫ້ລັດຖະບານ, ລັດ ແລະ ເຂດແຄວ້ນ ສ້າງຕັ້ງໂຄງການອາຫານເຊົ້າແຫ່ງຊາດໃນທຸກໆໂຮງຮຽນພາຍໃນປີ 2030 ແລະ ເພີ່ມການລົງທຶນໃນອົງການຊ່ວຍເຫຼືອດ້ານອາຫານ.
ຄໍາເຫັນ