ຖະແຫຼງການຂອງ MAS ຊີ້ໃຫ້ເຫັນວ່າ: ວິທີການນີ້ກວມເອົາຮູບແບບຕ່າງໆສຳລັບການສະໜັບສະໜູນ, ການແລກປ່ຽນ ແລະ ການຊຳລະເງິນດີຈີຕອນ ລະຫວ່າງສະຖາບັນການເງິນ, ເຄືອຂ່າຍ ແລະ ຂອບເຂດອຳນາດການປົກຄອງທີ່ແຕກຕ່າງກັນ.
ການຮ່ວມມືນີ້ຈະຖືກຈັດຕັ້ງປະຕິບັດພາຍໃຕ້ໂຄງການ BLOOM ຊຶ່ງຫຍໍ້ມາຈາກ Borderless, Liquid, Open, Online, Multi-currency. ໂດຍທະນາຄານກາງຂອງມາເລເຊຍ ແລະ ທະນາຄານແຫ່ງປະເທດໄທ ໄດ້ເຂົ້າຮ່ວມໂຄງການໃນຖານະເປັນສະມາຊິກຜູ້ວາງນະໂຍບາຍຮ່ວມກັບທະນາຄານກາງຂອງສິງກະໂປ.
ໂຄງການດັ່ງກ່າວມີຈຸດປະສົງເພື່ອເຊື່ອມໂຍງການຮ່ວມມືລະຫວ່າງຜູ້ວາງນະໂຍບາຍ, ສະຖາບັນການເງິນ, ເຄືອຂ່າຍການຊຳລະເງິນ ແລະ ຜູ້ໃຫ້ບໍລິການເຕັກໂນໂລຊີ ເພື່ອສົ່ງເສີມ ແລະ ຊຸກຍູ້ການນໍາໃຊ້ສະກຸນເງິນດີຈີຕອນໃນທຸລະກໍາທາງການເງິນຂ້າມແດນ.
ຖະແຫຼງການຍັງຊີ້ໃຫ້ເຫັນວ່າ: ຜູ້ເຂົ້າຮ່ວມໂຄງການຈະສຸມໃສ່ 3 ຂົງເຂດຄື: ການຍອມຮັບ ແລະ ການຊໍາລະຂ້າມແດນ, ການເຮັດວຽກຮ່ວມກັນລະຫວ່າງລະບົບສະກຸນເງິນດີຈີຕອນທີ່ແຕກຕ່າງກັນ ແລະ ການຄວບຄຸມຜ່ານລະບົບທີ່ສາມາດຕັ້ງໂປຣແກຣມໄດ້.
ຄໍາເຫັນ