ທ່ານ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມວ່າ: ນີ້ແມ່ນເວລາທີ່ເໝາະສົມ ເພື່ອວາງຄຳຮຽກຮ້ອງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ-ເອີຣົບ, ຫວຽດນາມ-ແບນຊິກ: ບໍ່ພຽງແຕ່ເປີດກວ້າງການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກຍັງຕ້ອງຍົກສູງຄຸນນະພາບການຮ່ວມມື, ມາດຖານການພັດທະນາ, ຄວາມສາມາດແກ່ງແຍ້ງ ອີກດ້ວຍ. ຫວຽດນາມ ປາຖະໜາຢາກໃຫ້ສອງຝ່າຍ ສືບຕໍ່ຂຸດຄົ້ນບັນດາທ່າໄດ້ປຽບຈາກສັນຍາການຄ້າເສລີລະຫວ່າງ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ສຳເລັດ, ສ້າງພື້ນຖານນິຕິກຳທີ່ສະດວກກວ່າເກົ່າໃຫ້ແກ່ການເຄື່ອນໄຫວລົງທຶນໄລຍະຍາວ, ເປັນປົກກະຕິ ແລະ ຍືນຍົງ.
ທ່ານ ໂຕເລິມ ສະເໜີໃຫ້ສຸມໃສ່ 3 ທິດທາງການຮ່ວມມືໃຫຍ່ຄື: ໜຶ່ງ, ການຮ່ວມມືພັດທະນາພື້ນຖານໂຄງລ່າງຍຸດທະສາດ, ໂລຈີສຕິກ, ທ່າກຳປັ່ນທະເລ, ພະລັງງານສະອາດ ແລະ ເສດຖະກິດໝູນວຽນ. ສອງ, ພ້ອມກັນຊຸກຍູ້ເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ປັນຍາປະດິດ, ເຄິ່ງຊັກນໍາໄຟຟ້າ, ສາທາລະນະສຸກ, ການຢາ, ເຕັກໂນໂລຊີຊີວະສາດ ແລະ ກະສິກຳເຕັກໂນໂລຊີສູງ. ສາມ, ພ້ອມກັນຍົກລະດັບການຄ້າຂຶ້ນເປັນລະບົບມູນຄ່າທີ່ມີມາດຖານສູງ, ຍືນຍົງ ແລະ ມີຄວາມຮັບຜິດຊອບ. ສັນຍາ EVFTA ໄດ້ຊ່ວຍໃຫ້ສິນຄ້າສອງຝ່າຍເຂົ້າເຖິງຕະຫຼາດສະດວກກວ່າເກົ່າ. ແຕ່ໄລຍະຕໍ່ໄປຕ້ອງໄດ້ຮັບການຊ່ວຍເຫຼືອທຶນ, ເຕັກໂນໂລຊີ, ວິສາຫະກິດ, ມາດຕະຖານ ແລະ ລະບົບສະໜອງສອງຝ່າຍຕິດພັນກັນຢ່າງເລິກເຊິ່ງກວ່າເກົ່າອີກ.
ຄໍາເຫັນ