ທ່ານ ຫຼີສຽງ ກ່າວວ່າ: ປັດຈຸບັນ, ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງຈີນ-ຣັດເຊຍໃນຍຸກໃໝ່ພວມເຂົ້າສູ່ໄລຍະໃໝ່ທີ່ມີຜົນສຳເລັດຫຼາຍກວ່າເກົ່າ ແລະ ມີການພັດທະນາໄວກວ່າເກົ່າ. ຈີນຍິນດີຮ່ວມກັບຣັດເຊຍຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆໃຫ້ລົງສູ່ລວງເລິກ ແລະ ເປັນຮູບປະທຳຢ່າງບໍ່ຢຸດຢັ້ງ, ຫັນຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດຂອງສອງປະເທດເປັນການກະທຳຕົວຈິງ ແລະ ມີປະສິດທິຜົນທີ່ລະອຽດດີກວ່າເກົ່າ, ເພື່ອຮັບໃຊ້ການພັດທະນາ ແລະ ຄວາມຈະເລີນຂອງສອງປະເທດຍິ່ງຂຶ້ນ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງສອງປະເທດດີຂຶ້ນເປັນກ້າວໆ.
ທ່ານ ອິຄາອີວ ວະລາຕີມິໂຣວິກ ຊຸສຕິນ ກ່າວວ່າ: ຣັດເຊຍ ຍິນດີເພີ່ມທະວີການຮ່ວມມືທີ່ແທ້ຈິງກັບຈີນໃນຂົງເຂດຕ່າງໆຕື່ມອີກ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດ.
ຄໍາເຫັນ