ບົດລາຍງານລະບຸວ່າ: ການບໍລິໂພກຜະລິດຕະພັນຊີ້ນທີ່ຜ່ານການແປຮູບຂັ້ນສູງເຊັ່ນ: ຮອດດັອກ ແລະ ຊີ້ນສຳເລັບເຮັດແຊນວິດ, ມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ສູງຂຶ້ນຂອງການເປັນມະເຮັງລຳໄສ້ໃຫຍ່. ໃນທາງກົງກັນຂ້າມ, ເມັດທັນຍາພືດ, ເສັ້ນໃຍ, ຜະລິດຕະພັນນົມ ແລະ ແຄວຊຽມຈາກອາຫານທີ່ປຸງແຕ່ງຂັ້ນສູງເຊັ່ນ: ເຂົ້າຈີ່ໂຮວີດ ແລະ ນົມສົ້ມທີ່ປຸງແຕ່ງລົດຊາດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງທີ່ຫຼຸດລົງ.
ນັກຄົ້ນຄວ້າຍັງພົບວ່າ: ການຫຼຸດຜ່ອນການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ ລົງ 10% ແລ້ວຫັນມາກິນອາຫານທີ່ແປຮູບໜ້ອຍລົງໃນປະລິມານເທົ່າກັນເຮັດໃຫ້ຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ຫຼຸດລົງ 2%.
ການສຶກສາດັ່ງກ່າວໄດ້ວິເຄາະຂໍ້ມູນດ້ານອາຫານຂອງຜູ້ໃຫຍ່ຊາວອາເມຣິກາຫຼາຍກວ່າ 460,000 ຄົນທີ່ມີອາຍຸ 50-71 ປີ ຊຶ່ງໄດ້ຕອບແບບສອບຖາມໃນກາງຊຸມປີ 1990 ແລະ ໄດ້ມີການຕິດຕາມສຸຂະພາບຂອງຜູ້ເຂົ້າຮ່ວມເປັນເວລາເກືອບ 20 ປີ, ຫຼັງຈາກນັ້ນພົບວ່າມີ 10,075 ຄົນໄດ້ຮັບການກວດພົບວ່າເປັນມະເຮັງລໍາໄສ້ໃຫຍ່ໃນໄລຍະດັ່ງກ່າວ.
ທັງນີ້, ນັກຄົ້ນຄວ້າກ່າວວ່າ: ການສຶກສາຄັ້ງນີ້ເນັ້ນໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງອາຫານທີ່ແປຮູບຂັ້ນສູງ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການເລືອກຮັບປະທານອາຫານທີ່ມີຄຸນນະພາບ, ໂດຍເນັ້ນໃສ່ອາຫານທີ່ອຸດົມດ້ວຍສານອາຫານ ແລະ ຈຳກັດການບໍລິໂພກອາຫານທີ່ມີນ້ຳຕານ, ເກືອ ແລະ ໄຂມັນອີ່ມຕົວໃນປະລິມານສູງ.
ຄໍາເຫັນ