ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ
“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”
ທານ ສ​ຈນ​ຜງ ເນນ​ໜກ​ໃຫ​ເອາ​ໃຈ​ໃສ “​ການພດ​ທະ​ນາກຳລງການປະມວນຜນປະ​ສານ​ສມ​ທບ​​ກບ​ພະ​ລງ​ງານ​ໄຟ​ຟາ ແລະ ຊບ​ພະ​ຍາ​ກອນ​ນຳ” ໃນ​ການ​ພດ​ທະ​ນາ​ອດ​ສາ​ຫະ​ກຳ​ກຳ​ລງ​ການ​ປະ​ມວນ​ຜນ​ສ​ຂຽວ - image 1
 

 

ວັນທີ 16 ຕຸລາ 2026, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກດອມມູນິດຈີນໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນອູລານຊັບ ເຂດປົກຄອງຕົນເອງມົງໂກໃນ, ເພິ່ນໄດ້ລົງສຳຫຼວດເກັບກຳຂໍ້ມູນຢູ່ເຂດພັດທະນາເຕັກໂນໂລຊີຂັ້ນສູງຊາຮາ ເພື່ອຊອກຮູ້ສະພາບການຕ່າງໆກ່ຽວກັບເຂດປົກຄອງຕົນເອງມົງໂກໃນ ຊຸກຍູ້ການສ້າງສູນກາງເຊື່ອມຕໍ່ໂຄງການ “ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ”, ການພັດທະນາອຸດສາຫະກຳກຳລັງການປະມວນຜົນສີຂຽວ ແລະ ອື່ນໆ ເປັນຕົ້ນ, ໂອກາດດັ່ງກ່າວເພິ່ນໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ຕັ້ງໃຈຈັດຕັ້ງປະຕິບັດຕາມທິດປະສິດທິພາບສູງ, ສີຂຽວ ແລະ ປອດໄພ, ເອົາໃຈໃສ່‘ “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ ແລະ ຊັບພະຍາກອນນ້ຳ”.

ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 (2021-2025), ຈີນໄດ້ເລີ່ມປະຕິບັດໂຄງການ “ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’” ຢ່າງຮອບດ້ານ.

ກຳລັງການປະມວນຜົນໃນຖານະເປັນກຳລັງການຜະລິດແກນກາງຂອງຍຸກເສດຖະກິດດິີຈີຕອນ, ເມື່ອພັດທະນາຂະຫຍາຍຕົວຢ່າງວ່ອງໄວແນນ່ອນຈະພາໃຫ້ການສິ້ນເປືອງພະລັງງານເພີ່ມຂຶ້ນຢ່າງຫຼວງຫຼາຍ. ສະນັ້ນ, “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ” ຈຶ່ງກາຍເປັນຫົວຂໍ້ແຫ່ງຍຸກສະໄໝທີ່ຕ້ອງແກ້ໄຂໃຫ້ໄດ້.

ທານ ສ​ຈນ​ຜງ ເນນ​ໜກ​ໃຫ​ເອາ​ໃຈ​ໃສ “​ການພດ​ທະ​ນາກຳລງການປະມວນຜນປະ​ສານ​ສມ​ທບ​​ກບ​ພະ​ລງ​ງານ​ໄຟ​ຟາ ແລະ ຊບ​ພະ​ຍາ​ກອນ​ນຳ” ໃນ​ການ​ພດ​ທະ​ນາ​ອດ​ສາ​ຫະ​ກຳ​ກຳ​ລງ​ການ​ປະ​ມວນ​ຜນ​ສ​ຂຽວ - image 2
 

ນະຄອນອູລານຊັບ ອຸດົມສົມບູນໄປດ້ວຍຊັບພະຍາກອນໄຟຟ້າພະລັງງານລົມ ແລະ ໄຟຟ້າພະລັງງານແສງຕາເວັນ, ສະນັ້ນຈຶ່ງໄດ້ດຳເນີນການຄົ້ນຄວ້ານຳໜ້າໄປກ່ອນແລ້ວບົນເສັ້ນທາງ “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ”.

ເດືອນກໍລະກົດ ປີ 2025, ໂຄງການ “ໄຟຟ້າສີຂຽວເຊື່ອມຕໍ່ໂດຍກົງ + ໂຮງໄຟຟ້າ, ເຄືອຂ່າຍໄຟຟ້າ, ຜູ້ໃຊ້ໄຟຟ້າ ແລະ ລະບົບສະສົມໄຟຟ້າເຊື່ອມໂຍງເຂົ້າກັນ” ສູນຂໍ້ມູນແຫ່ງທຳອິດຂອງຈີນໄດ້ເປີດນຳໃຊ້ຢ່າງເປັນທາງການຢູ່ນະຄອນອູລານຊັບ. ກຳລັງການຕິດຕັ້ງໄຟຟ້າພະລັງງານລົມຂອງໂຄງການນີ້ບັນລຸເຖິງ 300,000 ກິໂລວັດ, ປະກອບລະບົບສະສົມພະລັງງານໄຟຟ້າເຖິງ 45,000 ກິໂລວັດ, ໄຟຟ້າສີຂຽວທີ່ຜະລິດໂດຍໂຄງການແມ່ນສົ່ງຜ່ານສາຍສົ່ງສະເພາະ ສະໜອງໂດຍກົງໃຫ້ຖານກຳລັງການປະມວນຜົນທີ່ຢູ່ໄກຈາກໂຄງການດັ່ງກ່າວ 16 ກິໂລແມັດ.

ໂດຍຖືໂຄງການດັ່ງກ່າວເປັນຈຸດບຸກທະລຸ, ນະຄອນອູລານຊັບ ໄດ້ອະນຸມັດກໍ່ສ້າງໂຄງການໄຟຟ້າສີຂຽວເຊື່ອມຕໍ່ໂດຍກົງ 14 ແຫ່ງ, ກຳລັງຕິດຕັ້ງໄຟຟ້າພະລັງງານໃໝ່ບັນລຸເຖິງ 5.46 ລ້ານກິໂລວັດ ຊຶ່ງໄດ້ສະໜອງແບບຢ່າງທີ່ດີສາມາດເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ” ຢ່າງຂະໜາດໃຫຍ່ໃຫ້ເປັນຮູບປະທຳໃນທົ່ວປະເທດຈີນ.

ໃນການພັດທະນາອຸດສາຫະກຳ ກຳລັງການປະມວນຜົນສີຂຽວ, ນອກຈາກໄຟຟ້າແລ້ວຍັງຕ້ອງພິຈາລະນາເຖິງຊັບພະຍາກອນນ້ຳ.

ການລະບາຍຄວາມຮ້ອນຂອງເຄື່ອງເຊີເວີ (server) ໃນສູນຂໍ້ມູນກໍຄືການຜະລິດໄຟຟ້າ, ແຜ່ນຊິບ ແລະ ຂອດອື່ນໆລ້ວນແຕ່ຕ້ອງການຊັບພະຍາກອນນ້ຳ.

ປັດຈຸບັນ, ສູນຂໍ້ມູນຈີນກຳລັງເລັ່ງພັດທະນາໄປໂຮມສູນຢູ່ເຂດພາກຕາເວັນຕົກ. ແຕ່ວ່າການຂາດແຄນຊັບພະຍາກອນນ້ຳເປັນຂໍ້ຫຍຸ້ງຍາກພົ້ນເດັ່ນທີ່ເຂດແຄວ້ນດັ່ງກ່າວພວມປະເຊີນຢູ່.

ທານ ສ​ຈນ​ຜງ ເນນ​ໜກ​ໃຫ​ເອາ​ໃຈ​ໃສ “​ການພດ​ທະ​ນາກຳລງການປະມວນຜນປະ​ສານ​ສມ​ທບ​​ກບ​ພະ​ລງ​ງານ​ໄຟ​ຟາ ແລະ ຊບ​ພະ​ຍາ​ກອນ​ນຳ” ໃນ​ການ​ພດ​ທະ​ນາ​ອດ​ສາ​ຫະ​ກຳ​ກຳ​ລງ​ການ​ປະ​ມວນ​ຜນ​ສ​ຂຽວ - image 3
 

ຢູ່ເຂດປົກຄອງຕົນເອງມົງໂກໃນ, ສູນຂໍ້ມູນຈີນິງອູລານຊັບຢູຄລາວ (Ucloud) ໄດ້ສ້າງຜົນງານພົ້ນເດັ່ນໃນການປະຢັດນ້ຳ. ສູນດັ່ງກ່າວໄດ້ປະຖິ້ມແນວຄິດດັ້ງເດີມທີ່ຈຳຕ້ອງປັບຕົວເຂົ້າກັບສະພາບຂາດແຄນນ້ຳແບບຕົກທ່າຮັບ, ອີງໃສ່ທ່າແຮງດ້ານດິນຟ້າອາກາດທຳມະຊາດຂອງພາກເໜືອຈີນ, ນຳໃຊ້ແຜນການເຄື່ອງຈັກທຳຄວາມເຢັນດ້ວຍນ້ຳເຢັນຜ່ານອາກາດໜາວທຳມະຊາດແບບ ຄົບວົງຈອນໂດຍສາມາດຫຼຸດປະລິມານການໃຊ້ນ້ຳເພື່ອທຳຄວາມເຢັນໃຫ້ໜ້ອຍລົງຢ່າງມີປະສິດທິຜົນ. ທຽບໃສ່ແຜນການທຳຄວາມເຢັນດ້ວຍນ້ຳທົ່ວໄປແລ້ວ, ແຜນໃໝ່ດັ່ງກ່າວສາມາດປະຢັດນ້ຳໄດ້ຫຼາຍກວ່າ 92%.

ໃນການເຄື່ອນໄຫວຢ້ຽມຢາມເຂດມົງໂກໃນຄັ້ງນີ້, ທ່ານ ສີຈິ້ນຜິງ ຍັງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດສະຫງວນທຳມະຊາດທະເລສາບຫວງສີໄຫ ເປັນການສະເພາະ. ເພິ່ນມີຂໍ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ຕ້ອງຮັກສາເສັ້ນແດງຂອງການອະນຸລັກສິ່ງແວດລ້ອມທຳມະຊາດຢ່າງເຂັ້ມງວດ.” ຂໍ້ຮຽກຮ້ອງນີ້ໄດ້ຊີ້ໃຫ້ເຫັນຕັກກະຢ່າງໜຶ່ງ: ຕ້ອງພັດທະນາອຸດສາຫະກຳ ກຳລັງການປະມວນຜົນ, ແຕ່ເດັດຂາດບໍ່ໃຫ້ລື່ນກາຍຂີດຈຳກັດຂອງສິ່ງແວດລ້ອມຊັບພະຍາກອນ.

ນະຄອນອູລານຊັບ ໄດ້ອີງໃສ່ທ່າແຮງດ້ານຊັບພະຍາກອນຂອງຕົນ, ວາງແຜນເປັນເອກະພາບກັນຊຸກຍູ້ “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ ແລະ ຊັບພະຍາກອນນ້ຳ”

ນັບມາຮອດເດືອນສິງຫາປີນີ້, ອູລານຊັບ ໄດ້ລົງນາມສັນຍາໂຄງການສູນຂໍ້ມູນຫຼາຍກວ່າຮ້ອຍແຫ່ງ, ໃຫ້ບໍລິການດ້ານກຳລັງການປະມວນຜົນ ໄດ້ບັນລຸເຖິງ172,000P (ສາມາຄຳນວນ 1 ລ້ານຕື້ເທື່ອຕໍ່ວິນາທີ), ເພີ່ມຂຶ້ນ 112% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນີ້ກຳລັງການປະມວນຜົນອັດສະລິຍະກວມເອົາຫຼາຍກວ່າ 95%.

ຈາກນະຄອນອູລານຊັບ ຮອດທົ່ວປະເທດຈີນ, ຈາກການຊອກຄົ້ນຂອງທ້ອງຖິ່ນສູ່ການເຜີຍແຜ່ຢ່າງທົ່ວເຖິງ, “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ ແລະ ຊັບພະຍາກອນນ້ຳ” ກຳລັງກາຍເປັນຫຼັກການສຳຄັນສຳລັບການວາງແຜນພັດທະນາອຸດສາຫະກຳ ກຳລັງການປະມວນຜົນຂອງຈີນ.

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ເພີ່ມເຕີມ