ທ່ານ ໄຊ ສິນາຣິດ ໃຫ້ຮູ້ວ່າ: ກຸ່ມຕ້ານການສໍ້ໂກງທາງອອນລາຍລະດັບຊາດ ໄດ້ຜັນຂະຫຍາຍບັນດາມາດຕະການດ້ານນິຕິກຳຕໍ່ບັນດາການເຄື່ອນໄຫວທີ່ຖືກສົງໄສ, ລວມທັງການບຸກເຂົ້າສະຖານທີ່, ສັ່ງຟ້ອງຕໍ່ຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສືບຕໍ່ສືບສວນບັນດາຄະດີທີ່ພວມຖືກດຳເນີນຄະດີຢູ່ສານ. ກ່ຽວຂ້ອງເຖິງເຂດພັດທະນາ Long Bay ຢູ່ແຂວງເກາະກົງ, ທ່ານໄດ້ເນັ້ນໜັກວ່າ ອຳນາດການປົກຄອງກຳປູເຈຍ ບໍ່ອະນຸຍາດໃຫ້ເຂດນີ້ເຄື່ອນໄຫວຄືດັ່ງຮາກຖານສຳລັບການສໍ້ໂກງໂດຍອີງໃສ່ເຕັກໂນໂລຊີ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້ຢູ່ເຂດໃຊ້ສະກຸນເງິນເອີໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງທົບສອງເທົ່າເມື່ອທຽບໃສ່ຄາດໝາຍຂອງທະນາຄານກາງເອີຣົບ (ECB). ສາເຫດຕົ້ນຕໍຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ ໃນສະພາບທີ່ການປະທະກັນຢູ່ເຂດຕາເວັນອອກກາງຍັງສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຄວາມກົດດັນຕໍ່ ECB ໃນການສືບຕໍ່ຮັດກຸມນະໂຍບາຍເງິນຕາ.
ຄໍາເຫັນ