ຂ່າວລະບຸວ່າ: ມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ ໃນ 9 ເດືອນບັນລຸເກືອບ 7.35 ຕື້ໂດລາ ຊຶ່ງເປັນເດືອນທີ 3 ຕິດຕໍ່ກັນທີ່ການສົ່ງອອກຜັກ, ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ. ຈີນ ສືບຕໍ່ແມ່ນຕະຫຼາດນຳເຂົ້າຜັກ, ໝາກໄມ້ໃຫຍ່ທີ່ສຸດຂອງ ຫວຽດນາມ, ຖັດຈາກນັ້ນແມ່ນ ສະຫະລັດ ອາເມຣິກາ ແລະ ສ ເກົາຫຼີ. ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການສົ່ງອອກຜັກ, ໝາກໄມ້ໄປຍັງຕະຫຼາດຈີນ ເພີ່ມຂຶ້ນ 38.8%, ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 17.9%, ສ ເກົາຫຼີ ເພີ່ມຂຶ້ນ 9.7%.
ໃນກຸ່ມຕະຫຼາດ, ການສົ່ງອອກຜັກ, ໝາກໄມ້ ໄປຍັງ ສະຫະພາບ ເອີຣົບ (EU) ເຕີບໂຕຢ່າງແຮງ. ໃນ 6 ເດືອນຕົ້ນປີ 2026, ຫວຽດນາມ ສືບຕໍ່ແມ່ນປະເທດສະໜອງໝາກໄມ້ເຂດຮ້ອນປຸງແຕ່ງ ແລະ ຜະລິດຕະພັນກະເສດເຕີບໂຕໄວທີ່ສຸດຢູ່ກຸ່ມຕະຫຼາດນີ້.
ຄໍາເຫັນ