ຂ່າວລະບຸວ່າ: ໂຕເລກຂໍ້ມູນຈາກອົງການຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ, 8 ເດືອນຂອງປີນີ້, ດ່ານກວດຄົນເຂົ້າ-ອອກເມືອງທົ່ວປະເທດຈີນໄດ້ກວດຊາວຕ່າງປະເທດເຂົ້າ-ອອກເມືອງ 61,287 ລ້ານເທື່ອຄົນ, ເພີ່ມຂຶ້ນ 19.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂຕເລກຂໍ້ມູນຈາກເວັບໄຊທ່ອງທ່ຽວທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວຕ່າງປະເທດໄດ້ທ່ອງທ່ຽວຢູ່ຈີນສະເລ່ຍ 5.1 ມື້, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍບໍ່ພຽງແຕ່ຮັບຮູ້ຈີນໂດຍຜ່ານໜ້າຈໍເທົ່ານັ້ນ, ຫາກແມ່ນເດີນທາງມາທ່ອງທ່ຽວຈີນ ແລະ ສຳຜັດຕົວຈິງທີ່ຈີນດ້ວຍຕົນເອງ.
ຄໍາເຫັນ