ໂຄສົກແຈ້ງໃຫ້ຮູ້ວ່າ: ຈຸບິນອະວະກາດຄັ້ງນີ້ຈະປະກອບດ້ວຍ ທ່ານ ທ່າງຮົງໂປ່, ທ່ານ ອູຢີ້ ແລະ ນັກບິນອະວະກາດຊາວປາກິດສະຖານ ຄື: ທ່ານ ມູຮາມັດ ຈີຊານ ອາລີ. ທ່ານ ມູຮາມັດ ຈີຊານ ອາລີ ຈະກາຍເປັນນັກບິນອະວະກາດຕ່າງປະເທດຄົນທຳອິດທີ່ເດີນທາງຮອດສະຖານີອະວະກາດຂອງຈີນ.
ໂຄສົກແຈ້ງໃຫ້ຮູ້ຕື່ມວ່າ: ປາກິດສະຖານ ເປັນຄູ່ຮ່ວມມືຍຸດທະສາດໃນທຸກສະພາບການຂອງຈີນ, ການເຂົ້າຮ່ວມຂອງນັກບິນອະວະກາດປາກິດສະຖານໃນພາລະກິດສູ່ສະຖານີອະວະກາດຂອງຈີນແມ່ນເປັນການບິນອະວະກາດຮ່ວມຄັ້ງທຳອິດໃນປະຫວັດສາດ ລະຫວ່າງ ນັກບິນອະວະກາດຈີນ ແລະ ຕ່າງປະເທດ ໃນການບິນອະວະກາດບັນທຸກຄົນຂອງຈີນ ແລະ ຍັງເປັນຄັ້ງທຳອິດທີ່ສະຖານີອະວະກາດຂອງຈີນຕ້ອນຮັບນັກບິນອະວະກາດຕ່າງປະເທດ. ພວກເຮົາຫວັງວ່າຈະໄດ້ຮ່ວມກັບປະເທດ ແລະ ເຂດແຄວ້ນຫຼາຍກວ່າເກົ່າ, ເພື່ອພ້ອມກັນສຳຫຼວດຈັກກະວານອັນກວ້າງໃຫຍ່ໄພສານ ແລະ ນຳໃຊ້ອະວະກາດຢ່າງສັນຕິ, ເກາະແຂນກັນກ້າວໄປຂ້າງໜ້າ ເພື່ອສ້າງຄວາມສຸກໃຫ້ແກ່ມວນມະນຸດ.
ຄໍາເຫັນ