ໜັງສືພິມ Kyodo News ລາຍງານວ່າ: ຜູ້ທີ່ໄດ້ຮັບຜົນກະທົບລວມມີປະຊາຊົນທ້ອງຖິ່ນປະມານ 900 ຄົນ ແລະ ນັກທ່ອງທ່ຽວອີກ 500 ຄົນ ທີ່ເຂົ້າພັກຕາມໂຮງແຮມ ແລະ ສະຖານທີ່ພັກເຊົາຕ່າງໆໃນເຂດອຸຣະບັນໄດ ແລະ ບໍລິເວນອ້ອມຂ້າງພາຍໃນໝູ່ບ້ານຄິຕະຊິໂອບາຣະ ຊຶ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມ.
ນອກຈາກນັ້ນ, ຕົ້ນໄມ້ທີ່ຫັກລົງໄດ້ກີດຂວາງແນວສາຍໄຟຟ້າ ແລະ ເປັນອຸປະສັກຕໍ່ການສ້ອມແປງລະບົບຕາຂ່າຍໄຟຟ້າ, ເຮັດໃຫ້ບ້ານເຮືອນປະຊາຊົນ ປະມານ 700 ຄົວເຮືອນບໍ່ມີໄຟຟ້າໃຊ້. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີລາຍງານຜູ້ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.
ຄໍາເຫັນ