ຜົນການສຳຫຼວດລະບຸວ່າ: ອັດຕາດັ່ງກ່າວຫຼຸດລົງຈາກ 6.7% ໃນປີ 2024/2025 ແລະ 9.4% ເມື່ອ 5 ປີກ່ອນ, ໂດຍຄິດເປັນຈຳນວນຜູ້ທີ່ສູບຢາເປັນປະຈຳທຸກວັນ ປະມານ 259,000 ຄົນ.
ທ່ານ ເຄຊີ ຄອສເຕໂລ ຮອງລັດຖະມົນຕີກະຊວງສາທາລະນະສຸກນູແວນເຊລັງ ໄດ້ລະບຸໃນຖະແຫຼງການວ່າ: ຜົນການສຳຫຼວດຫຼ້າສຸດສະທ້ອນໃຫ້ເຫັນເຖິງຈຳນວນຜູ້ສູບຢາຫຼຸດລົງ 32,000 ຄົນ ເມື່ອທຽບກັບປີກ່ອນ, ພ້ອມທັງຊີ້ໃຫ້ເຫັນວ່າ: ອັດຕາການສູບຢາໄດ້ຫຼຸດລົງເຖິງເຄິ່ງໜຶ່ງໃນ 6 ປີຜ່ານມາ, ລວມທັງໃນກຸ່ມຊາວມາວຣີ.
ຜົນການສຳຫຼວດໄດ້ເປີດເຜີຍວ່າ: ອັດຕາການສູບຢາຍັງຄົງຢູ່ໃນລະດັບສູງໃນກຸ່ມຊາວມາວຣີ ແລະ ຊາວເກາະປາຊີຟິກ ທີ່ລະດັບ 13.9% ແລະ 12.5% ຕາມລຳດັບ, ເມື່ອທຽບໃສ່ກຸ່ມຜູ້ໃຫຍ່ເຊື້ອສາຍເອີຣົບ ແລະ ກຸ່ມອື່ນໆ ທີ່ຢູ່ໃນລະດັບ 5.1% ແລະ ກຸ່ມຜູ້ໃຫຍ່ເຊື້ອສາຍອາຊີ ທີ່ລະດັບ 2.8%.
ໃນຂະນະດຽວກັນ, ຜົນການສຳຫຼວດພົບວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນກຸ່ມໄວໜຸ່ມຢູ່ໃນລະດັບຕໍ່າຫຼາຍ. ໂດຍມີພຽງແຕ່ 0.3% ຂອງຜູ້ທີ່ມີອາຍຸ 15-17 ປີເທົ່ານັ້ນທີ່ສູບຢາເປັນປະຈໍາທຸກວັນ ໃນປີ 2025/2026.
ສ່ວນອັດຕາການສູບຢາສູບໄຟຟ້າເປັນປະຈຳທຸກວັນໃນກຸ່ມຜູ້ໃຫຍ່ ຢູ່ທີ່ 11.2% ໃນປີ 2025/2026, ເກືອບບໍ່ປ່ຽນແປງຈາກ11.7% ໃນປີກ່ອນ, ແຕ່ເພີ່ມຂຶ້ນຈາກ 6.4% ເມື່ອ 5 ປີກ່ອນ. ໂດຍກຸ່ມທີີ່ມີອັດຕາການສູບຢາສູບໄຟຟ້າສູງທີ່ສຸດແມ່ນຜູ້ທີ່ມີອາຍຸ 18-24 ປີ ຊຶ່ງຢູ່ທີ່ 25.7%.
ທ່ານ ຄອສເຕໂລ ກ່າວວ່າ: ນູແວນເຊລັງ ຈຳເປັນຕ້ອງສືບຕໍ່ຄວາມພະຍາຍາມຂອງຕົນເພື່ອຫຼຸດຜ່ອນອັດຕາການສູບຢາໃຫ້ຫຼຸດລົງຕື່ມອີກ, ໂດຍສະເພາະໃນກຸ່ມຜູ້ອາຍຸສູງ, ຊາວມາວຣີ ແລະ ຊາວເກາະປາຊີຟິກ.
ຄໍາເຫັນ