![]() |
ທ່ານຟ້າມເທ້ເຍີນໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບທີ່ຕັ້ງພາລະບົດບາດຂອງສູນຊຶ່ງສູນດັ່ງກ່າວມີໜ້າທີ່ບໍລິຫານຄຸ້ມຄອງດ້ານໄອທີແລະຄົ້ນຄວ້າໃຫ້ບໍການໃນການຫັນເປັນດີຈີຕອນແລະເຕັກໂນໂລຊີ, ຮັບຜິດຊອບຄຸ້ມຄອງບັນດາເອເລັກໂຕຣນິກ, ຖານຂໍ້ມູນເພື່ອຮັບໃຊ້ໃຫ້ອໍານາດການປົກຄອງຂອງນະຄອນດາໜັງພ້ອມທັງໃຫ້ການສະໜັບສະໜູນແລະລົງທຶນກໍ່ສ້າງດ້ານໄອທີ, ດ້ານການຈັດຕັ້ງສູນມີຜູ້ອຳນວຍການ 1 ທ່ານ, ຮອງຜູ້ອຳນວຍການ 3 ທ່ານ, ມີ7 ພະແນກ, 5ພະແນກເຕັກນິກວິຊາສະເພາະກ່ຽວກັບໄອທີ, ພະແນກບໍລິຫານສັງຄົມແລະພະແນກແຜນການດຳເນີນທຸລະກິດ. ມາຮອດປັດຈຸບັນ, ທາງສູນໄດ້ປະຕິບັດຫຼາຍໜ້າທີ່ໂດຍໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການຂອງສູນ, ໜຶ່ງໃນວຽກງານທີ່ສຳຄັນແມ່ນການຄຸ້ມຄອງຄວາມປອດໄພຖານຂໍ້ມູນຂອງນະຄອນດາໜັງ.
ສູນນອກຈາກຂຸດຄົ້ນວຽກງານໄອທີຍັງກຸ້ມຕົນເອງດ້ານງົບປະມານ, ສະໜອງການບໍລະການໄອທີ, ໃຫ້ຄຳປຶກສາອອກແບບທາງດ້ານໄອທີ, ພັດທະນາສ້າງຊັອຟແວ. ສຳລັບສູນຊັອຟແວມີທັງໝົດ 2 ສູນ, ສູນຊັອຟແວເລກທີ 1ໄດ້ສ້າງພື້ນຖານໂຄງລ່າງ, ສ່ວນໜຶ່ງໃຫ້ບັນດາບໍສັດທັງພາຍໃນແລະຕ່າງປະເທດມາເຊົ່າມີ 66 ບໍລິສັດ,ໃນນັ້ນບໍລິສັດຕ່າງປະເທດມີ 19 ບໍລິສັດ.ສ່ວນໜຶ່ງຮັບໃຊ້ໃຫ້ບັນດາຂະແໜງການຕ່າງໆຂອງດາໜັງ.ຈຳນວນບໍລິສັດທີ່ເຮັດວຽກງານໄອທີກວມ 80%, ນອກຈາກນັ້ນເຮັດວຽກງານກົດໝາຍຊຶ່ງສູນຊັອຟແວທີ 1 ມີພະນັກງານທີ່ກຳລັງເຮັດວຽກຢູ່ 2 ພັນກວ່າຄົນ. ສຳລັບສູນຊັອຟແວເລກທີ 2ມີທັງໝົດ 3 ຕຶກຄື: ຕຶກໄອຊີທີ1, ໄອຊີທີ 2,ແລະຕຶກສູນກາງທາງດ້ານການເງິນໂດຍໃຫ້ວິສາຫະກິດເອກະຊົນແລະບັນດາຂະແໜງການມາເຊົ່າຊຶ່ງມີພະນັກງານເຮັດວຽກຢູ່ໃນຕຶກດັ່ງກ່າວ 2,300 ຄົນ, ສ່ວນໃຫຍ່ມາເຊົ່າເພື່ອພັດທະນາວຽກງານໄອທີ, ການຫັນເປັນດີຈີຕອນ, ສຳລັບບໍລິສັດສະຕາດອັບໃໝ່ຢູ່ນະຄອນດາໜັງໄດ້ມີການອອກນະໂຍບາຍຍົກເວັ້ນຄ່າເຊົ່າ, ຄ່ານໍ້າ, ຄ່າໄຟເປັນເວລາ 3 ປີພ້ອມນັ້ນຍັງໄດ້ສ້າງຫ້ອງທົດລອງຂະໜາດນ້ອຍແລະສ້າງຫ້ອງຖານຂໍ້ມູນຂະໜາດນ້ອຍເພື່ອໃຫ້ບັນດາບໍລິສັດໄດ້ເຂົ້າໄປທົດລອງນໍາໃຊ້ເພື່ອມາພັດທະນານະຄອນດາໜັງໃຫ້ເປັນນະຄອນທີ່ທັນສະໃໝປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນໃຫ້ເຂັ້ມແຂງຍືນຍົງ.
![]() |
ໂອກາດນີ້, ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານຟ້າມເທ້ເຍີນພ້ອມດ້ວຍຄະນະທີ່ໄດ້ແບ່ງປັນຄວາມຮູ້ໃນຄັ້ງນີ້ຊຶ່ງເປັນບົດຮຽນອັນລໍ້າຄ່າເພື່ອນໍາໄປພັດທະນາສປປລາວໃນອະນາຄົດ.ການເຄື່ອນໄຫວຄັ້ງນີ້,ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ຂ່າວ: ພູວັນ


ຄໍາເຫັນ