![]() |
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ ນີ້ ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມຄັ້ງທີ 3 ໃນປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະ ປຶກສາຫາລື ກ່ຽວກັບ ທິດທາງການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆ.
ກອງປະຊຸມດັ່ງກ່າວ ເປັນການຜັນຂະຫຍາຍຜົນການພົບປະຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ ໃນການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການປະກອບສ່ວນຕໍ່ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.
![]() |
ໃນໂອກາດຢ້ຽມຢາມສປປ ເກົາຫຼີ ຄັ້ງນີ້, ສະຫາຍ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ Pak Thae Song ນາຍົກລັດຖະມົນຕີ ແຫ່ງ ສປປ ເກົາຫຼີ ແລະ ໄດ້ຢ້ຽມຢາມສະຖານທີ່ທາງປະຫວັດສາດ, ການສຶກສາ ແລະ ສາທາລະນະສຸກ ທີ່ສຳຄັນຂອງ ສປປ ເກົາຫຼີ.
(ຂ່າວ: ກຕທ)


ຄໍາເຫັນ