![]() |
ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານລບຕ, ບັນດາສິ່ງທ້າທາຍ ແລະ ແນວທາງໃນຕໍ່ໜ້າ ໂດຍ ໄດ້ລາຍງານກ່ຽວກັບຜົນຂອງກອງປະຊຸມກຸ່ມວິຊາການທັງ4 ເສົາຄໍ້າ (ວຽກງານຊ່ວຍເຫຼືອຜູ້ເຄາະຮ້າຍ VA, ວຽກງານສຳຫຼວດກວດກູ້ CL, ວຽກງານໂຄສະນາສຶກສາຫຄວາມສ່ຽງໄພຈາກ ລບຕ EORE, ແລະ ວຽກງານຄຸ້ມຄອງຂໍ້ມູນຂ່າວສານ IM).ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຮ່າງແນວຄວາມຄິດເບື້ອງຕົ້ນຂອງຍຸດທະສາດການລະດົມທຶນ ຂະແໜງການ ລບຕ ໂດຍທີ່ປຶກສາພາຍໃນ, ແລະ ການນຳສະເໜີກ່ຽວກັບການເພີ່ມທະວີຄຸນນະພາບຂໍ້ມູນຜູ້ເຄາະຮ້າຍຈາກ ລບຕ, ລະບົບການຄຸ້ມຄອງ ແລະ ການຕິດຕາມຜົນການຊ່ວຍເຫຼືອຄົນພິການ ເພື່ອເຊື່ອມສານເຂົ້າໃນວຽກງານການປົກປ້ອງສັງຄົມໃນອະນາຄົດ.
![]() |
ໃນພາກເຊົ້າ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຢ່າງກົງໄປກົງມາຈາກບັນດາຜູ້ເຂົ້າຮ່ວມ ກ່ຽວກັບ ແນວທາງແນະນໍາໃນການແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນຂະແໜງການ ລບຕ, ເປັນຕົ້ນແມ່ນ ທ່າອ່ຽງທີ່ຫຼຸດລົງ ແລະ ຄວາມບໍ່ແນ່ນອນຂອງການລະດົມທຶນໃນຂະແໜງການ, ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍທີ່ຍັງເຫັນວ່າຕ້ອງມີການປັບປຸງໃຫ້ເປັນລະບົບ ແລະ ມີການເຊື່ອມສານຫຼາຍຂື້ນກວ່າເກົ່າ ແລະ ຂໍ້ຈໍາກັດໃນການສໍາຫຼວດກວດກູ້ຍ້ອນຫຼາຍປັດໄຈພາຍນອກທີ່ມີການປ່ຽນແປງສະເໝີ, ລວມທັງ ແນວທາງການສ້າງຄວາມຍືນຍົງຂອງ ຂະແໜງການ ລບຕ ໃນອະນາຄົດ ທີ່ຕ້ອງໄດ້ເນັ້ນໜັກບໍ່ພຽງແຕ່ ວຽກງານການສໍາຫຼວດກວດກູ້ ແຕ່ຕ້ອງເຊື່ອມສານວຽກງານການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຢ່າງເປັນຮູບປະທໍາ. ສໍາລັບຄວາມຄືບໜ້າຂອງຂະແໜງການ ລບຕ ໃນໄລຍະ 10 ເດືອນ (ມັງກອນ-ຕຸລາ) ປີ 2026, ຫ້ອງການ ຄຊກລ ໄດ້ລາຍງານວ່າ ການສຳຫຼວດ-ກວດກູ້ສາມາດກວດກູ້ເນື້ອທີ່ໄດ້ 5,202ເຮັກຕາ (ບັນລຸ 69% ຂອງຄາດໝາຍແຜນ 10th NSEDP ປີ 2026), ໂຄສະນາຄວາມສ່ຽງໄພໄດ້750ບ້ານ (ບັນລຸ 50% ຂອງຄາດໝາຍ), ວຽກງານສໍາຫຼວດແບບບໍ່ແມ່ນວິຊາການໄດ້ 253 ບ້ານ (ບັນລຸ 42% ຂອງຄາດໝາຍ), ວຽກງານສໍາຫຼວດແບບວິຊາການເພື່ອກໍານົດພື້ນທີ່ອັນຕະລາຍໄດ້8,558 ເຮັກຕາ (ບັນລຸ 34% ຂອງຄາດໝາຍ), ແລະ ທຳລາຍ ລບຕ ໄດ້ທັງໝົດ 59,651ໜ່ວຍ. ພ້ອມກັນນັ້ນ, ໃນໄລຍະ 10 ເດືອນ (ມັງກອນ-ຕຸລາ) ປີ 2026, ມີອຸບັດຕິເຫດເກີດຂຶ້ນເຖິງ13ຄັ້ງ, ເຮັດໃຫ້ມີຜູ້ຖືກເຄາະຮ້າຍຈາກ ລບຕ24ຄົນ (ບາດເຈັບ 23ຄົນ, ເສຍຊີວິດ1ຄົນ), ຊຶ່ງກຸ່ມທີ່ມີຄວາມສ່ຽງສູງຍັງແມ່ນກຸ່ມເດັກນ້ອຍ.
![]() |
ໃນພາກບ່າຍຂອງມື້ດຽວກັນ, ທ່ານ ນາງ ມຸກດາວັນ ສີສຸລິດໄດ້ສືບຕໍ່ເປັນປະທານ“ກອງປະຊຸມ ຄະນະຊີ້ນຳໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາ ລບຕ ຢູ່ ສປປລາວ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 (SDG 18) ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III (SPF III) (The Project Board Meeting)”,ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ອາຍຊານີ ມາດາການໂກດາ ລາເບ, ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວໂດຍມີການເຂົ້າຮ່ວມຂອງບັນດາປະທານ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ ຈາກ 4 ແຂວງທີ່ໂຄງການໄດ້ມີການຈັດຕັ້ງປະຕິບັດ (ແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ ແລະ ຄໍາມ່ວນ), ລວມທັງບັນດາກະຊວງກ່ຽວຂ້ອງ, ແລະ ຜູ້ຕ່າງໜ້າຜູ້ໃຫ້ທຶນ, ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມປືກສາຫາລື.
ໃນກອງປະຊຸມໄດ້ຮັບການລາຍງານຈາກຫ້ອງການ ຄຊກລ ກ່ຽວກັບ ທິດທາງການຈັດຕັ້ງປະຕິບັດທີ່ສຳຄັນສຳລັບປີ2027.ພ້ອມທັງໄດ້ຮັບຟັງການລາຍງານຈາກ ສູນ 523 (ກອງກວດກູ້ມະນຸດສະທໍາຂອງ ກະຊວງປ້ອງກັນປະເທດ), ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ/UXO Lao) ຊຶ່ງໄດ້ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການແລະ ທິດທາງໃນຕໍ່ໜ້າ. ໃນວາລະດຽວກັນ ໜ່ວຍງານວຽກງານ ລບຕ ຂອງUNDP ກໍໄດ້ນຳສະເໜີກ່ຽວກັບ ສິ່ງທ້າທາຍດ້ານການເງິນ ແລະ ສິ່ງທ້າທາຍຂອງໂຄງການໃນໄລຍະໃໝ່.ພ້ອມທັງໄດ້ມີການແລກປ່ຽນຄຳເຫັນ ແລະ ຖາມ-ຕອບ ຢ່າງກົງໄປກົງມາຈາກຜູ້ເຂົ້າຮ່ວມທັງສູນກາງ ແລະ ທ້ອງຖິ່ນ.
(ຂ່າວ: ຫ້ອງການ ຄຊກລ)



ຄໍາເຫັນ