![]() |
ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມດຽວກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັດຍັດຂອງອາຊຽນໃນການເສີມຂະຫຍາຍທ່າແຮງເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮ່ວມມືກັນເພື່ອຮັກສາສັນຕິພາບ, ສ້າງຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ; ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ, ການພັດທະນາທາງດ້ານນະວັດຕະກໍາ ແລະ ເຕັກໂນໂລຊີ ໃນການຮັບປະກັນຄວາມຈະເລີນຮຸ່ງເຮືອງຂອງອາຊຽນ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງວ່າງຂອງການພັດທະນາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ເສີມສ້າງການມີສ່ວນຮ່ວມຂອງຝ່າຍນິຕິບັນຍັດເພື່ອວຽກງານໃຫ້ບັນລຸວິໄສທັດອາຊຽນ 2045: “ອະນາຄົດຮ່ວມກັນຂອງພວກເຮົາ”, ເສີມສ້າງການປະສານງານລະຫວ່າງ ອົງ ການດ້ານນິຕິບັນຍັດ ແລະ ລັດຖະບານຂອງອາຊຽນເພື່ອຮ່ວມກັນປ່ຽນບັນດາບຸລິມະສິດຂອງພາກພື້ນໃຫ້ເປັນການດຳເນີນງານທີ່ເປັນຮູບປະທຳ ແລະ ຢຶດຖືປະຊາຊົນເປັນໃຈກາງຢ່າງແທ້ຈິງໃນທົ່ວອາຊຽນ.
![]() |
ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາລັດຖະສະພາໄອປາ, ທ່ານ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປະຊຸມກະກຽມຂອງຄະນະຜູ້ແທນຈາກສະມາຊິກໄອປາ ໂດຍການເປັນປະທານຂອງ ພະນະ ທ່ານ Ferdinand L.Hernandez ຮອງປະທານສະພາຜູ້ແທນລາຊະດອນ ແຫ່ງ ສາທາລະນະລັດ ຟີລິບປິນ ແລະ ຜູ້ເຂົ້າຮ່ວມທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 11 ປະເທດອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາທີ່ຈະສະເໜີຕໍ່ຜູ້ນຳອາຊຽນ. ໃນກອງປະຊຸມ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວ ກໍໄດ້ກ່າວຄໍາເຫັນຊົມເຊີຍຕໍ່ການເປັນປະທານອາຊຽນ ກໍຄືປະ ທານໄອປາໃນໜຶ່ງປີຜ່ານມາຂອງຟີລິບປິນ, ພ້ອມທັງຕີລາຄາຄໍາຂວັນຂອງກອງປະຊຸມໃຫຍ່ໄອປາຄັ້ງທີ 47 ທີ່ຮັບປະກັນໃຫ້ອາຊຽນມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ຖືປະຊາຊົນເປັນໃຈກາງຢ່າງແທ້ຈິງ ຊຶ່ງສອດຄ່ອງກັບວິໄສທັດ ປະຊາຄົມອາຊຽນ 2045 ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ທ່ານກ່າວຢໍ້າຕື່ມວ່າການສ້າງ ອາຊຽນໃຫ້ມີຄວາມຈະເລີນ ແລະ ເຂັ້ມແຂງນັ້ນ ພວກເຮົາຕ້ອງຮ່ວມມືກັນຫຼຸດຊ່ອງວ່າງຄວາມແຕກໂຕນຂອງການພັດທະນາລົງ, ສົ່ງເສີມໂອກາດທີ່ເທົ່າທຽມ ແລະ ເພີ່ມທະວີການເຊື່ອມຈອດດ້ານການຂົນສົ່ງໂລຈິສຕິກ, ພື້ນຖານໂຄງລ່າງດ້ານເສດຖະກິດ ແລະ ອື່ນໆຢ່າງເປັນລະບົບ.
![]() |
ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນ ສສ ຫວຽດນາມ ທີ່ນໍາໂດຍຮອງປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນສະພາແຫ່ງຊາດກຳປູເຈຍ ນໍາໂດຍຮອງປະທານສະພາແຫ່ງຊາດກໍາປູເຈຍ ແລະ ພົບປະໂອ້ລົມກັບປະທານລັດຖະສະພາຫົວໜ້າຄະນະຜູ້ແທນໄອປາຈໍານວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືການແລກປ່ຽນບົດຮຽນ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນໃນຕໍ່ໜ້າອີກດ້ວຍ.
(ຂ່າວ: ສພຊ)



ຄໍາເຫັນ