![]() |
ການລົງນາມໃນຄັ້ງນີ້ ຖືເປັນນິມິດໝາຍປະຫວັດສາດອັນສໍາຄັນໃນການພົວພັນສອງຝ່າຍ ແລະ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ; ພ້ອມທັງເປັນການສ້າງເງື່ອນໄຂ-ທ່າແຮງ ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ, ບົນພື້ນຖານຄວາມມຸ່ງມາດປາຖະໜາຮ່ວມກັນໃນການສົ່ງເສີມຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ເສີມສ້າງຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ, ການເຄົາລົບ ແລະ ຢຶດໝັ້ນໃນຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງ ການສະໜັບສະໜູນ ຊຶ່ງກັນແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນໃນຂອບ ອົງການສະຫະປະຊາຊາດ ແລະ ກຸ່ມປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. ການສ້າງຕັ້ງສາຍພົວພັນການທູດນີ້ ຍັງເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດ ເພີ່ມຂຶ້ນເປັນ 156 ປະເທດໃນທົ່ວໂລກ. (ຂ່າວ: ກຕທ)

ຄໍາເຫັນ