![]() |
ໃນວາລະ ທ່ານເອກອັກຄະລັດຖະທູດ ກ່າວວ່າ: ໃນວັນທີ 31 ສິງຫາ 1957, ມາເລເຊຍໄດ້ຮັບເອກະລາດຫຼັງຈາກການຕໍ່ສູ້ ແລະ ການເສຍສະຫຼະມາເປັນເວລາດົນນານ. ທ່ານນາຍົກລັດຖະມົນຕີ Dato' Seri Anwar Ibrahim ໄດ້ເຕືອນສະຕິພວກເຮົາໃນສູນທອນພົດວັນຊາດຂອງເພິ່ນວ່າ: ຄຳວ່າ "ເມີເດກາ" (Merdeka) ໝາຍເຖິງສິ່ງທີ່ຫຼາຍກວ່າຄວາມເປັນເອກະລາດ, ແຕ່ແມ່ນກ່ຽວກັບການປົກປ້ອງອະທິປະໄຕ, ຄວາມຍຸຕິທຳ ແລະ ການຮັກສາຄວາມສາມັກຄີຂອງປະຊາຊົນ.
ຕະຫຼອດໄລຍະ 69 ປີຜ່ານມາ, ມາເລເຊຍໄດ້ເຕີບໃຫຍ່ຂະຫຍາຍຕົວຈົນກາຍເປັນເສດຖະກິດທີ່ທັນສະໄໝ ແລະ ມີຄວາມຫຼາກຫຼາຍ. ເຖິງວ່າຈະມີຄວາມບໍ່ແນ່ນອນຂອງໂລກກໍຕາມ, ແຕ່ກໍສາມາດບັນລຸການເຕີບໂຕ GDP ໃນອັດຕາ 6% ໃນໄຕມາດທີ 2 ຂອງປີ 2026, ພ້ອມທັງຈັດຢູ່ໃນອັນດັບທີ 15 ດ້ານຄວາມສາມາດໃນການແຂ່ງຂັນລະດັບໂລກ ຊຶ່ງເປັນຜົນສຳເລັດຂອງປະຊາຊົນມາເລເຊຍທີ່ມີຄວາມອົດທົນເຂັ້ມແຂງ.
![]() |
ໃນປີນີ້, ສປປ ລາວ ແລະ ມາເລເຊຍ ຍັງໄດ້ຮ່ວມກັນສະຫຼອງວັນມິດຕະພາບ ຄົບຮອບ 6 ທົດສະວັດ (ສ້າງຕັ້ງຂຶ້ນວັນທີ 1 ກໍລະກົດ 1966). ພ້ອມດຽວກັນນີ້, ທັງສອງປະເທດຍັງໄດ້ຮ່ວມມືກັນໃນຫຼາຍຂະແໜງການ,
ສາຍພົວພັນທາງດ້ານເສດຖະກິດຂອງພວກເຮົາກຳລັງເຕີບໃຫຍ່ເຂັ້ມແຂງຂຶ້ນ ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 28.7% ໃນປີ 2025, ມູນຄ່າເພີ່ມຂຶ້ນຢູ່ທີ່ 55.9 ລ້ານໂດລາ (225.3 ລ້ານຣິງກິດ) ຈາກ 40.6 ລ້ານໂດລາ (175 ລ້ານຣິງກິດ). ມາເລເຊຍແມ່ນປະເທດລົງທຶນ ຕ່າງປະເທດລາຍໃຫຍ່ເປັນອັນດັບທີ 4 ຂອງ ສປປ ລາວ, ໂດຍມີ ມູນຄ່າການລົງທຶນສະສົມປະມານ 946 ລ້ານໂດລາ; ພວກເຮົາກໍາລັງຮ່ວມມືກັນໃນຂໍ້ລິເລີ່ມພາກພື້ນ ເຊັ່ນ: ທາງ ລົດໄຟດ່ວນອາຊຽນ (ASEAN Express Rail) ແລະ ໂຄງການເຊື່ອມໂຍງພະລັງງານເຊັ່ນ: ໂຄງການເຊື່ອມໂຍງພະລັງງານລາວ-ໄທ-ມາເລເຊຍ-ສິງກາໂປ (Laos-Thailand-Malaysia-Singapore Power Integration Project - LTMS-PIP) ແລະ ທະນາຄານຂອງມາເລເຊຍ, ການຄ້າ, ການລົງທຶນ, ການທ່ອງທ່ຽວ (Visit Malaysia 2026) ແລະ ການຮ່ວມມືດ້ານຄວາມໝັ້ນຄົງ.
ທັງສອງຝ່າຍຕັ້ງເປົ້າໝາຍທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນອັນດີງາມນີ້ ໃຫ້ກ້າວສູ່ຄວາມເລິກເຊິ່ງ ແລະ ຍືນຍົງຍິ່ງໆຂຶ້ນໄປໃນອະນາຄົດ.
(ຂ່າວ: ແສງຈັນ)


ຄໍາເຫັນ