![]() |
ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ບົນພື້ນຖານຂອບ “ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ”ແລະ ສາຍພົວພັນມິດຕະພາບອັນແໜ້ນແກ່ນເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ເຮັດໃຫ້ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະບານ ແລະ ປະຊາຊົນ ສອງປະເທດ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ; ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຢ່າງມີປະສິດທິຜົນ ໃນຂົງເຂດກະສິກຳ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ແລະ ຂົງເຂດອຶ່ນໆ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ກາຍເປັນທ່າແຮງອັນສຳຄັນ ໃຫ້ແກ່ການສ້າງສາພັດທະນາ ສປປ ລາວ ຢ່າງແທ້ຈິງ,ທັງສ້າງກາລະໂອກາດໃຫ້ປະຊາຊົນທັງສອງຊາດ ລາວ-ຍີ່ປຸ່ນ ສາມາດເຂົ້າໃຈທາງດ້ານພາສາ, ວັດທະນະທຳ, ຮີດຄອງປະເພນີ...ນອກນັ້ນ, ຍັງໄດ້ສະເໜີທ່ານເອກອັກຄະລັດຖະທູດ ກໍຄືລັດຖະບານຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວຕາມຂະແໜງການ ທີ່ ສປປ ລາວ ມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນປັດຈຸບັນ ກໍຄື ອະນາຄົດ ໂດຍເລືອກເຟັ້ນເອົາອາສາສະໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມສາມາດສະເພາະດ້ານເພື່ອມາຊ່ວຍຂະແໜງການ ແລະ ທ້ອງຖິ່ນຕ່າງໆ; ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນ ຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.
![]() |
ທ່ານນາຍົກລັດຖະມົນຕີຍັງໄດ້ສະແດງຄວາມຮູ້ສຶກປະທັບໃຈ ຕໍ່ການເສຍສະຫຼະ, ການອຸທິດສະຕິປັນຍາ, ເຫື່ອແຮງ ຂອງບັນດາອາສາສະໝັກຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ບັນດາອາສາສະໝັກ ຈະສືບຕໍ່ນຳເອົາຄວາມຊົງຈຳ, ຄວາມຮູ້ສຶກທີ່ດີໄປຖ່າຍທອດໃຫ້ປະຊາຊົນຍີ່ປຸ່ນໄດ້ຮັບຮູ້ ແລະ ເຂົ້າໃຈ.
ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ,ພ້ອມທັງ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ອາສາສະໝັກຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ເຮັດໃຫ້ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ.
![]() |
ນັບແຕ່ປີ 1965ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ ຫຼາຍກວ່າ 1,133ຄົນ, ປັດຈຸບັນມີອາສາສະໝັກຍີ່ປຸ່ນ ຈຳນວນ 40 ທ່ານ ທີ່ປະຈໍາການຢູ່ຂະແໜງການຕ່າງໆໃນຂອບເຂດທົ່ວປະເທດ ເພື່ອແລກປ່ຽນ, ຖ່າຍທອດບົດຮຽນ ທາງດ້ານເຕັກນິກວິຊາການ ໃຫ້ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ການພັດທະນາຊົນນະບົດ ແລະ ອື່ນໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ



ຄໍາເຫັນ