ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ
ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:

 

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 1
 

1. ທ່ານ ນາງ ເຈີໄມມາ ກໍດອນ-ດາຟ (H.E. Ms. Jemima GORDON-DUFF) ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫຼວງວຽງຈັນ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 2
 

2. ທ່ານ ລີ ຈອງ ຮັອບ (H.E. Mr. LEE Jeong Hyop) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 3
 

3. ທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 4
 

4. ທ່ານ ແຊມ ສະລາຍເນີ (H.E. Mr. Sam Schreiner) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 5
 

5. ທ່ານ ນາງ ຄູລາ ໂຊເຟຍນູ (H.E. Ms. Koula SOPHIANOU) ເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 6
 

6. ທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ (H.E. Mr. Mohamed Abdellahi El Boukhary El Vilaly) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 7
 

7. ທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ (H.E. Mr. Bello Dogon-Daji Haliru) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ໄນຈີເຣຍ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 8
 

8. ທ່ານ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ (H.E. Mr. André Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ;

ປະທານປະເທດ ຮບສານຕາຕງຈາກທດຕາງປະເທດ ປະຈາ ລາວ ແລະ ມອບສານຕາຕງໃຫທດລາວໄປປະຈຳຢຕາງປະເທດ - image 9
 

9. ທ່ານ ນາງ ເຣນາຕາ ຢາຊີລີອໍນີແຕ (H.E. Mrs. Renata JASILIONYTĖ) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ສິງກະໂປ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທູດຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ລວມທັງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ໃນໂອກາດດຽວກັນນີ້, ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.

ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ທ່ານ ຈະຕຸລິນ ສີຫາພົມ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈຳສາທາລະນະລັດ ກູບາ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດແຕ່ງຕັ້ງ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ແລະ ໄດ້ມີຄໍາເຫັນຊີ້ນຳ ໃຫ້ສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງທ່ານເອກອັກຄະລັດຖະທູດແຕ່ງຕັ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທິດຊີ້ນໍາດັ່ງກ່າວ ແລະ ສະແດງຄວາມໝາຍໝັ້ນທີ່ຈະເຮັດສຸດຄວາມສາມາດຂອງຕົນ ໃນການສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ເພີ່ມເຕີມ