![]() |
ໃນໂອກາດນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ປະກອບດ້ວຍ Lao Telecom, T-Plus ແລະ M-MoneyX ແລະ Partner ຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈີຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມ, ສຶກສາ ແລະ ທົດລອງນຳໃຊ້ຕົວຈິງ. ພື້ນທີ່ວາງສະແດງຂອງກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບຄວາມສົນໃຈຈາກບັນດາທ່ານຜູ້ນຳພັກ–ລັດ, ແຂກຜູ້ມີກຽດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າຊົມງານ. ການຈັດສະແດງໄດ້ເນັ້ນໃສ່ການແນະນຳຜະລິດຕະພັນ ແລະ ການບໍລິການ, ຄວບຄູ່ກັບການເປີດໂອກາດໃຫ້ຜູ້ເຂົ້າຊົມໄດ້ທົດລອງນຳໃຊ້ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຂອງເຕັກໂນໂລຊີໃນການດຳເນີນຊີວິດ ແລະ ການດຳເນີນທຸລະກິດ.
ການເຂົ້າຮ່ວມງານຄັ້ງນີ້ ສະແດງເຖິງບົດບາດ ແລະ ຄວາມພ້ອມຂອງກຸ່ມບໍລິສັດ ລາວ ໂທລະຄົມ ໃນການເປັນສ່ວນໜຶ່ງຂອງການຂັບເຄື່ອນການຫັນປ່ຽນດີຈີຕອນຂອງປະເທດ, ຜ່ານການນຳສະເໜີເຕັກໂນໂລຊີ ແລະ ການບໍລິການທີ່ຮອງຮັບຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ ພ້ອມທັງປະກອບສ່ວນສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມດີຈີຕອນຂອງ ສປປ ລາວ ຢ່າງໝັ້ນຄົງ ແລະ ຍືນຍົງ.
ພິທີເປີດງານດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນ ວັນທີ 21 ຕຸລາຜ່ານມາ ທີ່ສູນວາງສະແດງສິນຄ້າ ລາວ–ໄອເຕັກ (Lao-ITECC), ພາຍໃຕ້ຄຳຂວັນ “ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳກ້າວສູ່ຍຸກປັນຍາປະດິດ” (Accelerating Digital Government, Cultivating a Digital Workforce and Driving Innovation into the AI Era) ກຽດເປັນປະທານພິທີໂດຍ ທ່ານ ພົອ ຄຳລຽງ ອຸທະໄກສອນ ກຳມະການກົມການເມືືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເຂົ້າຮ່ວມມີ ທ່ານ ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳ ການຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນຂອງ ສປປ ລາວ, ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານປົກຄອງແຂວງ/ນະຄອນຫຼວງ, ບັນດາຜູ້ແທນຈາກຕ່າງ ປະເທດ, ບັນດາທ່ານທຸຕານຸທູດ, ບັນດາຄະນະພະແນກ ຕສ ແຂວງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມກັນນັ້ນ ກໍມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ຄະນະຜູ້ບໍລິຫານ, ບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.
(ຂ່າວ: ລາວໂທລະຄົມ)

ຄໍາເຫັນ