![]() |
ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຄະນະກໍາມະການປົກຄອງແຂວງສາລະວັນ ສະບັບເລກທີ 1125/ຄປຂ, ລົງວັນທີ 1 ຕຸລາ 2026 ວ່າດ້ວຍການຕົກລົງ ແຕ່ງຕັ້ງທ່ານ ແສງອາທິດ ແກ້ວດວງຈັນ ເປັນຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ.
![]() |
ໃນພິທີໄດ້ມີການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃຫ້ພະນັກງານ-ລັດຖະກອນປະຈໍາການ ແລະ ບໍານານຂອງແຂວງສາລະວັນ ລວມທັງໜົດ 7,790 ຄົນ ຍິງ 926 ຄົນ; ໃນນັ້ນພະນັກງານ-ລັດຖະກອນປະຈໍາການມີ 4,781 ຄົນ ຍິງ 497 ຄົນ; ພະນັກ ງານບໍານານ 1,689 ຄົນ ຍິງ 37 ຄົນ ແລະ ນັກທຸລະກິດ-ຜູ້ປະກອບການ 1,320 ຄົນ ຍິງ 392 ຄົນ ຊຶ່ງໃນນັ້ນພະນັກງານ-ລັດຖະກອນ ພະແນກສາທາລະນະສຸກແຂວງ ໄດ້ຮັບຫຼຽນກາລະນຶກທັງໝົດ 180 ຄົນ ຍິງ 107 ຄົນ, ພະນັກງານທີ່ປະຈໍາການມີ 109 ຄົນ ຍິງ 71 ຄົນ ແລະ ພະນັກງານບໍານານ 71 ຄົນ ຍິງ 36 ຄົນ.
ໃຫ້ກຽດມອບຂໍ້ຕົກລົງແຕ່ງຕັ້ງ ແລະ ປະດັບຫຼຽນກາລະນຶກ 50 ປີ ໂດຍທ່ານ ນາງ ບຸນທະວີ ດວງລາສີ.
ຂ່າວ: ສ.ພະຈັນ


ຄໍາເຫັນ