ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ
ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ອຍກ ເຊກອງ ປາຖະກະຖາວນສຳຄນຂອງພກ-ຂອງຊາດ - image 1
 

ທ່ານ ບຸນທັນ ຈູມຈັນທະວົງ ໄດ້ຍົກໃຫ້ເຫັນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ແລະ ຂອງບັນດາປະເທດເພື່ອນມິດຍຸດທະສາດ ເພື່ອເສີມຂະຫຍາຍມູນເຊື້ອວັນສ້າງຕັ້ງການທູດລາວ, ວັນປະກາດເອກະລາດ ເພື່ອໃຫ້ພະນັກ ງານສະມາຊິກພັກ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງເຖິງຜົນງານ ແລະ ຄວາມໝາຍສໍາຄັນຂອງບັນດາວັນປະຫວັດສາດຂອງລາວ ແລະ ການປົກປັກຮັກສາພັດທະນາຂອງ ສປ ຈີນ ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ, ທັງນີ້ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວອົງການໄອຍະການປະຊາຊົນແຂວງ ກຳໄດ້ບົດຮຽນເພື່ອເປັນບ່ອນອີງ ແລະ ເປັນທິດທາງໃນການປະຕິບັດໜ້າທີ່ວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີການພັດທະນາຂຶ້ນເທື່ອລະກ້າວ.

ເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026); ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026); ວັນຊາດຈີນ ຄົບຮອບ 77 ປີ (01 ຕຸລາ 1949-01 ຕຸລາ 2026). ຂ່າວ: ພຸດທະສອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026

ພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຕສ, ໄດ້ຈັດພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026 (Lao Digital Week2026) ຂຶ້ນຢ່າງເປັນທາງການ ໃນວັນທີ 21 ຕຸລານີ້, ທີ່ສູນການຄ້າລາວ - ໄອເຕັກ (ຕຶກເກົ່າ)ນະຄອນຫຼວງວຽງຈັນ. ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກ່າວເປີດງານໂດຍ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຈາກຕ່າງປະເທດ, ບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ, ບັນດາທ່ານການນໍາອາວຸໂສ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ ຫຼາຍກວ່າ 1,000 ຄົນ.
ລມຕ ກະຊວງ ກສ ຕ້ອນຮັບ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່

ລມຕ ກະຊວງ ກສ ຕ້ອນຮັບ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່

ໃນວັນທີ 20 ຕຸລາຜ່ານມານີ້ ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານຸລັກ ກິດຕິຄຸນ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່ ພ້ອມດ້ວຍ ຄະນະ.
ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ