ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ກ່າວວ່າ: ຈຸດປະສົງຂອງກອງປະຊຸມເພື່ອສືບຕໍ່ຈັດຕັ້ງຜັນຂະ ຫຍາຍຖະແຫຼງການຮ່ວມ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໝັ້ນຄົງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ທີ່ຜູ້ນໍາສອງພັກໄດ້ຕົກລົງຮ່ວມກັນໃຫ້ເປັນຮູບປະທຳ ໂດຍສະເພາະໃນການແລກປ່ຽນວັດທະ ນະທຳ ແລະ ການທູດປະຊາຊົນ; ເສີມສ້າງຄວາມສາມັກຄີ, ສັນຕິພາບ ແລະ ແລກປ່ຽນບົດຮຽນໃນການພັດທະ ນາພຸດທະສາສະໜາ; ຍົກສູງບົດບາດຂອງສປປ ລາວ ແລະ ອົງການພຸດທະສາສະໜາລາວໃນເວທີພາກພື້ນ ແລະ ສາກົນ; ສ້າງໂອກາດໃຫ້ພະສົງ ແລະ ບຸກຄະລາກອນທາງສາສະໜາຂອງລາວ ໄດ້ແລກປ່ຽນ-ຮ່ວມມືກັບ ພະສົງປະເທດເພື່ອນມິດ ແລະ ສາກົນ.
ກອງປະຊຸມໂຕະມົນ ພຸດທະສາສະໜາດັ່ງກ່າວ: ຈະດໍາເນີນປິ່ນອ້ອມຫົວຂໍ້ກອງປະຊຸມ “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ". ນອກຈາກນັ້ນ, ຍັງຈະມີກອງປະຊຸມຍ່ອຍ 2 ຫົວຂໍ້ ຄື: ເວທີຊາວໜຸ່ມໂຕະມົນ ພຸດທະສາສະໜາໜານໄຫ; ເວທີການສຶກສາພຸດທະສາສະໜາໂຕະມົນໜານໄຫ 2026; ເປົ້າໝາຍຜູ້ແທນກອງປະຊຸມໂຕະມົນດັ່ງກ່າວ ຄາດວ່າຈະມີຜູ້ແທນທີ່ເປັນປະມຸກສົງ, ພະມະຫາເຖຣະສະມາຄົມ-ມູນນິທິ, ນັກປາດ, ແຂກຜູ້ຊົງກຽດ 31 ປະເທດ/ອົງການເຂົ້າຮ່ວມ (ລວມຜູ້ແທນທັງໝົດປະມານ 450 ທ່ານ/ອົງ). ກອງປະຊຸມດັ່ງກ່າວ ຈະໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ແທນຈາກບັນດາປະເທດ, ພ້ອມທັງແລກປ່ຽນຄຳຄິດເຫັນ ກ່ຽວກັບທິດທາງໃນການຮ່ວມມືກັນໃນອະນາຄົດ. ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ພະສົງ-ສາມະເນນ ແລະ ຊາວນະຄອນຫຼວງວຽງຈັນ, ຫຼວງພະບາງ ຈົ່ງຮ່ວມກັນເປັນເຈົ້າພາບທີ່ດີ, ຖືເອົາກອງປະຊຸມຄັ້ງປະຫວັດສາດ ແລະ ເປັນເຈົ້າພາບໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ ສະແດງຄວາມຕ້ອນຮັບບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ; ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ຈະເປັນຂີດໝາຍໃໝ່ແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງບັນດາປະເທດຫຼາຍຂຶ້ນ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ເອີ້ນຫຍໍ້ວ່າ: ກອງປະຊຸມໂຕະມົນ ຊຶ່ງໄດ້ຈັດຂຶ້ນຄັ້ງທໍາອິດເມື່ອປີ 2016 ຢູ່ວັດຫົງຟ້າ ນະຄອນເສີນເຈີ້ນ ແຂວງກວາງຕຸງ ສປ ຈີນ, ຈາກເລີ່ມຕົ້ນມີພຽງແຕ່ 7 ປະເທດເຂົ້າຮ່ວມຄື: ລາວ, ໄທ, ກຳປູເຈຍ, ເນປານ, ສີລັງກາ... ເປັນຕົ້ນ. ໃນໄລຍະຜ່ານມາ, ໄດ້ມີການຈັດກອງປະຊຸມ ມາແລ້ວ 10 ຄັ້ງ, ຄັ້ງຫຼ້າສຸດມີຈໍານວນ 18 ປະເທດເຂົ້າຮ່ວມ.
ຂ່າວ-ພາບ: ບຸນອູ້ມ
ຄໍາເຫັນ