![]() |
ການຈັດຊຸດອົບຮົມຄັ້ງນີ້ ເປັນຊຸດທໍາອິດສໍາລັບ ສກລ ຊຶ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 47 ທ່ານ ຍິງ 29 ທ່ານ ທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX, ກອງປະຊຸມໃຫຍ່ຂອງອົງຄະນະພັກສູນກາງສະຫະ ພັນກໍາມະບານລາວ ຄັ້ງທີ V ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2026-2030) ເປັນຕົ້ນການປະຕິບັດບັນດາຄາດໝາຍ, ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ ແລະ ບຸກຄະລາກອນຂອງ ສກລ.
![]() |
ເອກະສານທີ່ນໍາມາອົບຮົມປະກອບມີ 12 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ; ວິທີວັດຖຸນິຍົມສັດຈະວິພາກ; ສ້າງ ແລະ ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ; ແນວທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ; ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພະນັກ ງານ; ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດແຫ່ງກໍາລັງແຮງ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ແນວທາງການຕ່າງປະເທດທີ່ສ້າງສັນ ແລະ ການພົວພັນເພື່ອນມິດຍຸດທະສາດ; ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ.
ຂ່າວ-ພາບ: ກົມອົບຮົມ ຄອສພ


ຄໍາເຫັນ