ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ
ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພາຍໃນງານມີພະນັກງານ ແລະ ຄອບຄົວ ເຂົ້າຮ່ວມຫຼາຍກວ່າ 70 ຄອບຄົວ ແລະ ໄດ້ຮ່ວມກິດຈະກຳຫຼາກຫຼາຍ ເຊັ່ນ: ການຢ້ຽມຊົມໂຮງງານ ເພື່ອຮຽນຮູ້ຂະບວນການຜະລິດ ພາຍໃຕ້ການປ້ອງກັນ ແລະ ຄຸ້ມຄອງໃຫ້ມີຄວາມປອດໄພຢ່າງສູງ, ກິດຈະກຳໂຍນປິ່ງປ໋ອງເຂົ້າແຕະໄຂ່, ຮັບຊົມສາທິດການໃຊ້ລົດດັບເພີງເພື່ອມອດໄຟໄໝ້ໃນເວລາເກີດເຫດອັກຄີໄພ, ການແຕ້ມຮູບ ສອນໂດຍນ້ອງໆອາສາສະໝັກ ຫົວເສືອອາສາ, ກິດຈະກຳເຕັ້ນຮ່ວມກັບຕຸກກະຕາມາສຄອສ ແລະ ການຖ່າຍຮູບຄອບຄົວ ເພື່ອເກັບພາບຄວາມຊົງຈຳຮ່ວມກັນ.
“ຕະຫຼອດໄລຍະຫຼາຍກວ່າ 5 ທົດສະວັດຂອງການດຳເນີນທຸລະກິດ, ບໍລິສັດໄດ້ເຕີບໂຕ ຄຽງຄູ່ກັບສັງຄົມລາວ ແລະ ພວກເຮົາມີຄວາມພາກພູມໃຈ, ໃຫ້ຄວາມສໍາຄັນເປັນຢ່າງຍິ່ງກັບຄອບຄົວຂອງພະນັກງານ, ບໍ່ວ່າຈະແມ່ນຜົວ-ເມຍ ແລະ ລູກໆຂອງພະນັກງານທີ່ເຮັດວຽກໃຫ້ກັບບໍລິສັດ ເຫັນເຖິງຄວາມສໍາຄັນ ແລະ ຄວາມເຂົ້າອົກເຂົ້າໃຈເຖິງການມີສ່ວນຮ່ວມຂອງພະນັກງານ ເພື່ອໃຫ້ເຂົາເຈົ້າໄດ້ເຫັນວ່າ: ຄອບຄົວຂອງເຈົ້າເຮັດໜ້າທີ່ວຽກງານຫຍັງໃນບໍລິສັດ ແລະ ໄດ້ຮັບຜົນປະໂຫຍດຕອບແທນກັບຄືນມາຄືແນວໃດ?
ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ, ຕາງໜ້າຄະນະອຳນວຍການ ບໍລິສັດເບຍລາວ ໄດ້ໃຫ້ຮູ້ຕື່ມວ່າ: ບໍລິສັດເບຍລາວ ແມ່ນໜຶ່ງໃນບໍລິສັດນ້ອຍໆທີ່ເລີ່ມຈາກຄອບຄົວຈົນກາຍມາເປັນບໍລິສັດທີ່ທັນສະໄໝ ທີ່ຍິ່ງໃຫຍ່ໃນອຸດສາຫະກໍາເຄື່ອງດື່ມລະດັບຕົ້ນຂອງໂລກ ແລະ ເຫັນເຖິງຄວາມສໍາຄັນທາງດ້ານຊັບພະຍາກອນມະນຸດ, ຖ້າເຄື່ອງຈັກເປ່ເພ ຍັງສາມາດຊື້ໃໝ່ໄດ້, ແຕ່ຄົນເຮົາເຈັບເປັນເຫັນໄຂ້ ບໍ່ສາມາດເອົາເຂົາເຈົ້າກັບຄືນມາໄດ້. ເພາະສະນັ້ນບັນຫາເລື່ອງສຸຂະພາບ ທາງບໍລິສັດຖືເປັນບັນຫາອັນສໍາຄັນໃຫ້ກັບພະນັກງານເຊັ່ນດຽວກັບຄອບຄົວຂອງເຂົາເຈົ້າ.”
ທ່ານ ນາງ ສຸດານີ ທະວີທໍາ ພະນັກງານຝ່າຍການຄ້າຂອງບໍລິສັດ ໄດ້ກ່າວວ່າ: ກິດຈະກໍາດີໆແບບນີ້ເປັນການເປີດໂອກາດໃຫ້ຄອບຄົວຂອງພະນັກງານໄດ້ມີໂອກາດມາພົບປະສ້າງສັນຮ່ວມກັນ ແລະ ລູກ-ຫຼານຂອງເຂົາເຈົ້າກໍໄດ້ຮັບຮູ້ວ່າ ພໍ່-ແມ່ ແມ່ນໄດ້ເຮັດໜ້າທີ່ວຽກງານຫຍັງໃນບໍລິສັດ,
ໂດຍຜ່ານກິດຈະກໍາແບບນີ້ເຮັດໃຫ້ເຂົາ ເຈົ້າໄດ້ຮັບຮູ້ຫຼາຍຂຶ້ນ ແລະ ເກີດຄວາມພາກພູມໃຈທີ່ເຫັນ ພໍ່-ແມ່ ເຮັດວຽກບ່ອນທີ່ໃຫຍ່ໂຕທັນສະໄໝ ແລະ ເຫັນໄດ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍລາວອີກດ້ວຍ. ໂດຍລວມແລ້ວ ຖືວ່າເປັນກະແຈໜຶ່ງທີ່ໄຂຄໍາຕອບທີ່ຖືກຕ້ອງ ແລະ ຊັດເຈນ ຈາກຄອບຄົວທີ່ມັກຕັ້ງຄໍາຖາມວ່າ: ຄືເຮັດວຽກເກີນເວລາ ຫຼື ເລີກຄໍ່າແທ້? ຖ້າມີໂອກາດ ແລະ ເວລາ ຢາກໃຫ້ທາງຄະນະຜູ້ບໍລິຫານຈັດກິດຈະກໍາແບບນີ້ໄປເລື້ອຍໆ.
ການຈັດກິດຈະກຳ ວັນຄອບຄົວເບຍລາວ (LBC Family Open House) ບໍ່ພຽງແຕ່ເປັນການເປີດບ້ານໃຫ້ຄອບຄົວພະນັກງານໄດ້ເຂົ້າມາຢ້ຽມຊົມເທົ່ານັ້ນ ແຕ່ຍັງເປັນໂອກາດໃຫ້ຄອບຄົວໄດ້ເຂົ້າໃຈສະຖານທີ່ເຮັດວຽກ, ຂະບວນການຜະລິດ ແລະ ບົດບາດຂອງພະນັກງານ ໃນການຮ່ວມກັນສ້າງສັນ ແລະ ພັດທະນາອົງກອນ.
ຂ່າວ: ບໍລິສັດເບຍລາວ
ຄໍາເຫັນ