ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມສະໄໝສາມນ ເທອທ 2 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 1
 

ທ່ານ ສອນໄຊ ສີພັນດອນ ກ່າວສູນທອນພົດປິດກອງປະຊຸມ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້: ກອງປະຊຸມ ໄດ້ພິຈາລະນາ ແລະ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງເປັນການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ ເພື່ອສືບຕໍ່ນໍາພາ-ຊີ້ນໍາການບູລະນະ ລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໄປຕາມທິດການພັດທະນາໃຫ້ປະເທດເຮົາ ໃຫ້ມີຄວາມໜັກແໜ້ນຕາມທິດປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ, ເຂັ້ມແຂງ, ສັງຄົມມີປະ ຊາທິປະໄຕ, ສາມັກຄີເປັນປຶກແຜ່ນ, ຍຸຕິທຳ ແລະ ສີວິໄລ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນ ການປະຈໍາປີ 2027; ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການນໍາພາຈັດຕັ້ງປະຕິ ບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຊຶ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ທົ່ວປະເທດສືບຕໍ່ມີສະຖຽນລະພາບທາງການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວສະເລ່ຍໝົດປີໃນລະດັບ 5.1% (ມະຕິສະພາແຫ່ງຊາດ 5.5%); ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ບົດບາດອິດທິພົນຂອງປະເທດເຮົາໃນພາກພື້ນ ແລະ ສາກົນໄດ້ຮັບການຍົກສູງຂຶ້ນ.

ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການເກັບລາຍຮັບ ໂດຍນໍາໃຊ້ລະບົບທັນສະໄໝໃຫ້ໄດ້ຢ່າງຄົບຖ້ວນ ໂດຍສະເພາະເກັບລາຍຮັບຈາກທີ່ດິນ, ຄ່າເຊົ່າ, ສໍາປະທານຊັບສິນ ແລະ ຄ່າຊັບພະຍາກອນທຳ ມະຊາດ ແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດໝາຍ ທີ່ສົ່ງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະມານ, ແກ້ໄຂໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນຂອງລັດໃຫ້ມີຄວາມຄືບໜ້າ; ກວດກາຄືນບັນດາສັນຍາສໍາປະ ທານຂຸດຄົ້ນແຮ່ທາດໃຫ້ມີຄວາມຮັດກຸມ, ຮັບປະກັນການຈັດເກັບພັນທະຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຄົບຖ້ວນ; ເພີ່ມທະວີມາດຕະການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ, ປ່າໄມ້ ແລະ ສັງຄົມຢ່າງເຂັ້ມງວດ ແລະ ມີມາດຕະການຢ່າງເດັດຂາດ ຕໍ່ບັນດາໂຄງການທີ່ຖືກປະເມີນ ແລະ ຈັດຢູ່ໃນປະເພດ C ແລະ C+ ຕິດພັນກັບປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030; ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ ດ້ວຍການນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະ ການທາງເສດຖະກິດຢ່າງເຂັ້ມງວດ ແລະ ເດັດຂາດ; ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ໂດຍຕິດພັນກັບຕ່ອງໂສ້ການຜະລິດ ຮັບປະກັນການເຂົ້າເຖິງຕະຫຼາດ; ເອົາໃຈໃສ່ຄຸ້ມຄອງລົດບັນທຸກນໍ້າໜັກເກີນ ແລະ ບໍ່ຖືກຕາມມາດຕະຖານເຕັກນິກ (ຍານພາຫະນະດັດແປງເອງ), ມີມາດຕະການທີ່ເຂັ້ມງວດຕໍ່ຜູ້ລະເມີດ, ການຟື້ນຟູ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງຊາຍແດນ, ເສັ້ນທາງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ກອງປະຊຸມສະເໜີໃຫ້ລັດຖະບານເພີ່ມການລົງທຶນຂອງລັດ ເຂົ້າໃສ່ການພັດທະນາຂົງ ເຂດສຶກສາ ແລະ ກິລາ, ສາທາລະນະສຸກ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໃນກົດໝາຍ; ພັດທະນາຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບຂຶ້ນຕື່ມ, ສົ່ງເສີມການພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ; ສະເໜີໃຫ້ຄົ້ນຄວ້າມີແຜນຮັບມືແຕ່ຫົວທີ, ມີນິຕິກຳຄຸ້ມຄອງ ແລະ ວິທີການແກ້ໄຂ ການຮັບມືກັບໄພພິບັດທຳມະຊາດ ແລະ ຟື້ນຟູເນື້ອທີ່ການຜະລິດຂອງປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດກັບເຂົ້າສູ່ສະພາບປົກກະຕິ; ປະຕິບັດນະໂຍ ບາຍຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ເອົາໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ເປັນມໍຣະດົກໂລກ, ມໍຣະດົກແຫ່ງຊາດ ແລະ ທ້ອງຖິ່ນໃຫ້ມີຄວາມຍືນຍົງ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍ ມາດຕາ 2 ຂອງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ ສະບັບປີ 2021 ອອກເປັນມະຕິຂອງສະພາແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ການຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ດີຂຶ້ນ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ຊຶ່ງກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເອົາໃຈໃສ່ປັບປຸງແກ້ໄຂກົນໄກປະສານງານກັບເປົ້າໝາຍທີ່ຖືກກວດສອບ ໃຫ້ເປັນເຈົ້າການ ແລະ ຮ່ວມມືແກ້ໄຂຜົນຂອງການກວດສອບ-ກວດກາໃຫ້ທັນການ, ໃຫ້ມີການແບ່ງຂັ້ນຄຸ້ມຄອງຢ່າງຊັດເຈນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ; ເພີ່ມການຝຶກອົບຮົມນັກກວດສອບ-ກວດກາຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທາງດ້ານເຕັກນິກ, ວິຊາສະເພາະ ນໍາໃຊ້ເຄື່ອງມືທີ່ທັນສະໄໝໃຫ້ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ; ພິຈາລະ ນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ກອງປະຊຸມຕີລາຄາສູງຕໍ່ສອງອົງການດັ່ງກ່າວ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຕົວຈິງ ແລະ ມີຄວາມຍຸຕິທຳ, ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ແລະ ມະຕິສະພາແຫ່ງຊາດ ເຂົ້າໃນປັບປຸງຂະບວນການຍຸຕິທໍາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

ກອງປະຊມສະໄໝສາມນ ເທອທ 2 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 2
 

ກອງປະຊຸມສະເໜີໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໂດຍຖືສໍາຄັນດ້ານຄຸນທາດການ ເມືອງ, ມີຈັນຍາບັນ, ຈັນຍາທຳທີ່ໜັກແໜ້ນ; ບຳລຸງສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດ, ສ້າງໃຫ້ມີຄວາມຊຳນານງານກາຍເປັນມືອາຊີບ; ຕິດຕາມ ກວດກາ ການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຕ່ລະຂັ້ນໃຫ້ເຂັ້ມງວດ; ເອົາໃຈໃສ່ຕິດຕາມ ກວດກາ ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍດັດສ້າງ ແລະ ຄ້າຍຄຸມຂັງ; ການກັກຕົວ, ຈັບຕົວ, ການກັກຂັງພາງໃຫ້ຮັບປະກັນການດໍາເນີນຄະດີຖືກຕ້ອງຕາມກົດໝາຍ, ມີຄວາມໂປ່ງໃສ ແລະ ຍຸຕິທຳ; ແກ້ໄຂບັນຫານັກໂທດຖືກກັກຂັງ ທີ່ບໍ່ມີຄໍາຕັດ ສິນໃຫ້ໄວ; ເອົາໃຈໃສ່ປະເມີນການປະຕິບັດໜ້າທີ່ ແລະ ການປະພຶດຂອງຜູ້ພິພາກສາ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ຊຶ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງໃນຕະຫຼອດໄລຍະເກືອບໜຶ່ງປີ ໃນການປະຕິບັດສາມພາລະບົດບາດຂອງຕົນ ໄດ້ມີຜົນສໍາເລັດຫຼາຍດ້ານ, ສະແດງເຖິງຄຸນນະພາບໃນການເຄື່ອນ ໄຫວວຽກງານຂອງສະມາຊິກສະພາ ໄດ້ຮັບການຍົກສູງຂຶ້ນ, ປະຊາຊົນມີຄວາມສົນໃຈ ແລະ ຕິດຕາມການເຄື່ອນ ໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຫຼາຍຂຶ້ນ; ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ຕໍ່ການຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ ໃຫ້ໄປຕາມກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ມີຄຸນນະພາບດີຂຶ້ນ, ມີຄວາມສອດຄ່ອງກັບຄວາມເປັນຈິງ; ສູ້ຊົນເຮັດໃຫ້ການຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ຮັບປະກັນຜົນປະໂຫຍດລວມຂອງຊາດ ກໍຄື ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເອົາໃຈໃສ່ການຕິດຕາມ ກວດກາ ແລະ ສະເໜີພາກສ່ວນກ່ຽວຂ້ອງແກ້ໄຂຜົນການຕິດຕາມ ກວດກາບັນຫາເຄັ່ງ ຮ້ອນຂອງສັງຄົມ ໂດຍສະເພາະ ບັນຫາຜົນກະທົບຈາກໂຄງການ ການລົງທຶນຂະໜາດໃຫຍ່ ທີ່ມີຄວາມຫຍຸ້ງຍາກ, ມີຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ ແລະ ອື່ນໆ.

ກອງປະຊຸມສະແດງຄວາມຂອບໃຈ ຕໍ່ການປະກອບຄໍາເຫັນຂອງຜູ້ຕາງໜ້າສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຶ່ງໄດ້ສະເໜີໃຫ້ສະພາແຫ່ງຊາດ ຍົກສູງຄຸນນະພາບການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເລື້ອຍໆ ໂດຍສະເພາະ ການຕິດຕາມ ກວດກາ ແລະ ນໍາເອົາຄໍາຄິດເຫັນທີ່ສ່ອງແສງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ສະເໜີລັດຖະບານມີວິທີແກ້ໄຂຜົນການຕິດຕາມ ກວດກາດັ່ງກ່າວ; ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຕົກລົງຂອງກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເລືອກຕັ້ງແທນດ້ວຍວິທີການສະເພາະປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ປະຕິບັດໜ້າທີ່ຂອງສະມາ ຊິກສະພາແຫ່ງຊາດ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍຈໍານວນ 8 ສະບັບ ດ້ວຍຄະ ແນນສຽງ 90.96% ຂຶ້ນໄປ. ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບຄື: ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ; ກົດໝາຍປັບປຸງ 7 ສະບັບ ຄື: 1) ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ; 2) ກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 3) ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; 4) ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ; 5) ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ; 6) ກົດໝາຍ ວ່າດ້ວຍການບິນພົນລະເຮືອນ; 7) ກົດໝາຍ ວ່າດ້ວຍລັດຖະບານ. ນອກຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ, ບັນດາທ່ານໃນຄະນະລັດຖະບານທັງໝົດ 11 ທ່ານ ຊຶ່ງສະແດງເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ ຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ເຖິງສະພາບຕົວຈິງທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ.

ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການນໍາໃຊ້ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ການບໍລິຫານຂອງລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

ກອງປະຊມສະໄໝສາມນ ເທອທ 2 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 3
 

(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ເພີ່ມເຕີມ