![]() |
ໂຄງການດັ່ງກ່າວ ຈະສະໜັບສະໜູນທຶນຮອນໃນການຂະຫຍາຍທໍ່ນ້ຳປະປາຈາກລະບົບທໍ່ສົ່ງນ້ຳທີ່ມີຢູ່ໃນປັດຈຸບັນ ໄປເຖິງ 3 ບ້ານ (ບ້ານນາພະບາງໃຫຍ່, ບ້ານນາທົ່ມ ແລະ ນາພະບາງນ້ອຍ) ໃນເມືອງລະຄອນເພັງ ແຂວງສາລະວັນ ເພື່ອຍົກລະດັບການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພຂອງປະຊາຊົນໃນຊຸມຊົນ.
ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາຜ່ານມາ ທີ່ສະຖານທູດຍີ່ປຸ່ນປະຈຳລາວ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສຽວສະຫວາດ ນາມເສນາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລະຄອນເພັງ ໂດຍມີ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
ທ່ານທູດ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວໃນພິທີເຊັນສັນຍາວ່າ“ເຖິງວ່າຢູ່ເທດສະບານເມືອງລະຄອນເພັງ ໄດ້ມີການຕິດຕັ້ງລະບົບນ້ຳປະປາແລ້ວ, ແຕ່ປະຊາຊົນໃນ 3 ບ້ານຍັງບໍ່ສາມາດເຂົ້າເຖິງນ້ຳສະອາດໄດ້ ຈຳເປັນຕ້ອງໄດ້ອາໄສນ້ຳຈາກບໍ່ບາດານເລິກ ແລະ ນ້ຳຝົນ ເປັນຕົ້ນຕໍ. ໂຄງການດັ່ງກ່າວຈະໄດ້ຂະຫຍາຍທໍ່ນ້ຳປະປາ ເພື່ອເຊື່ອມຕໍ່ທໍ່ສົ່ງນ້ຳໃໝ່ເຂົ້າກັບລະບົບນ້ຳປະປາຂອງໂຮງງານນ້ຳປະປາທີ່ມີຢູ່ແລ້ວ ໄປຍັງ 3 ບ້ານ ຊຶ່ງໂຮງງານດັ່ງກ່າວກໍໄດ້ຮັບການຊ່ວຍເຫຼືອຈາກອົງການ JICA ໃນການສະໜອງນ້ຳສະອາດທີ່ປອດໄພເຊັ່ນກັນ.
ຂ້າພະເຈົ້າຄາດຫວັງວ່າພາຍຫຼັງທີ່ການກໍ່ສ້າງສຳເລັດແລ້ວຈະຊ່ວຍປະກອບສ່ວນເຮັດໃຫ້ສະພາບແວດລ້ອມການເປັນຢູ່ ແລະ ສຸຂາພະລານາໄມຂອງປະຊາຊົນໃນ 3 ບ້ານ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນໂດຍໄວ.”
ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ແຂວງສາລະວັນ ລວມເປັນມູນຄ່າຫຼາຍກວ່າ 2,035,000 ໂດລາ ເປັນຕົ້ນແມ່ນ ໃນດ້ານສາທາລະນະສຸກ, ການສຶກສາ ແລະ ໂຄງລ່າງພື້ນຖານໃນໄລຍະຜ່ານມາ. ປະເທດຍີ່ ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ“ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
(ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ