![]() |
ການມອບ-ຮັບຄັ້ງນີ້, ເປັນການຊ່ວຍເຫຼືອຂອງໂຄງການໃຈປະສານໃຈຢຸນໜານໃນການດຳເນີນກິດຈະກຳໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານ. ໂດຍໄດ້ຮັບການສະໜັບສະໜູນຈາກສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ສປ ຈີນ ກັບຕ່າງປະເທດ, ໂດຍມີການຮ່ວມມືກັບບໍລິສັດສື່ມວນຊົນວັດທະນະທຳ ແລະ ໂທລະພາບດີຈີຕອນບໍ່ມີສາຍຫຸ້ນສ່ວນຢຸນໜານຈຳກັດ ແລະ ບໍລິສັດໂທລະພາບດີຈີຕອນລາວຈຳກັດ.
ໃນພິທີຜູ້ຈັດງານຝ່າຍຈີນກ່າວວ່າ: ປີນີ້ແມ່ນປີຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ, ຝ່າຍຈີນຈະສືບຕໍ່ໃຫ້ການຮ່ວມມືກັບທຸກພາກສ່ວນຂອງລາວເພື່ອສ້າງໂຄງການທີ່ວ່ານ້ອຍແຕ່ງາມແບບມີຄຸນຄ່າໃຫ້ຫຼາຍຂຶ້ນເພື່ອສົ່ງເສີມເຂົ້າໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໂດຍມີອະນາຄົດຮ່ວມກັນໃນຍຸກສະໄໝໃໝ່. ນັບແຕ່ໂຄງການໃຈປະສານໃຈຢຸນນານ” ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2022 ເປັນຕົ້ນມາ, ໄດ້ຈັດຕັ້ງປະຕິບັດໂຄງການໄປແລ້ວ 238 ໂຄງການຢູ່ 25 ປະເທດ. ໃນນັ້ນໄດ້ຈັດຕັ້ງປະຕິບັດໂຄງການຢູ່ ສປປ ລາວ ລວມທັງໝົດ 57 ໂຄງການ. ສຳລັບໂຄງການໂທລະພາບດີຈີຕອນລາວ “ເຂົ້າເຖິງໝູ່ບ້ານ” ໃນຄັ້ງນີ້, ຈະສາມາດຊ່ວຍໃຫ້ປະຊາຊົນທ້ອງຖິ່ນສາມາດຮັບຊົມລາຍການໂທລະພາບ, ເຂົ້າເຖິງຂໍ້ມູນຂ່າວສານ, ຮຽນຮູ້ທັກສະ ແລະ ເສີມສ້າງວັດທະນະທຳວິຖີຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ.
![]() |
ຈາກນັ້ນ, ບັນດາແຂກທີ່ເຂົ້າຮ່ວມທັງສອງຝ່າຍໄດ້ໄປຢ້ຽມຢາມແລະໃຫ້ກຳລັງໃຈຄອບຄົວປະຊາຊົນ, ພ້ອມທັງຊ່ວຍເຫຼືອແລະຕິດຕັ້ງ-ປັບສັນຍານກ່ອງຮັບສັນຍານໂທລະພາບໃຫ້ໃນພື້ນທີ່ໂຄງການອີກດ້ວຍ.
ຂ່າວ:ສະມາຄົມມິດຕະພາບລະຫວ່າງປະເທດແຂວງຢຸນໜານ


ຄໍາເຫັນ