![]() |
ກອງປະຊຸມຄັ້ງນີ້ເປັນການສືບຕໍ່ຈາກກອງປະຊຸມຄັ້ງທີ 1 ທີ່ຈັດຂຶ້ນຢູ່ ສ ເກົາຫຼີ ໃນປີຜ່ານມາເພື່ອເສີມຂະຫຍາຍການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ກອງປະຊຸມຄັ້ງນີ້ໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຂໍ້ມູນ, ສຶກສາທ່າແຮງ ແລະ ຊອກຫາຄູ່ຮ່ວມທຸລະກິດໂດຍສະເພາະໃນຂະແໜງພະລັງງານສະອາດ, ກະສິກຳທັນສະໄໝ ແລະ ອຸດສາຫະກຳຄຽງຄູ່ກັບການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ; ໃນໂອກາດດັ່ງກ່າວ, ທ່ານ ວັນທະນາ ນໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືໃນການຈັດກອງປະຊຸມ ພ້ອມຢືນ ຢັນວ່າລັດຖະບານສປປລາວສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນຜ່ານກົນໄກລວມສູນ ແລະ ປະຕູ ດຽວພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະມົນຕີ ຄຽງຄູ່ກັບການກະກຽມພັດທະນາລະບົບຄຸ້ມ ຄອງດີຈີຕອນ. ທ່ານກ່າວຕື່ມວ່າ:ສເກົາຫຼີເປັນຜູ້ລົງທຶນອັນດັບທີ 5 ຈາກ 53 ປະເທດດ້ວຍມູນ ຄ່າລວມປະມານ 1.6 ຕື້ໂດລາ ໃນຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ບໍລິການແລະກະສິກຳ ແລະ ເຊື່ອໝັ້ນວ່າກອງປະຊຸມຈະຊ່ວຍຂະຫຍາຍການຮ່ວມມືຂອງສອງຝ່າຍໃຫ້ເກີດຜົນເປັນຮູບປະທຳ.
ທ່ານ ຊອຍຊຶງແຈ (ChoiSeung-jae) ຮອງລັດຖະມົນຕີກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ສ ເກົາຫຼີ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ແລະ ບັນດາພາກສ່ວນທີ່ ກ່ຽວຂ້ອງທີ່ຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະແລກປ່ຽນກັບຝ່າຍລາວ ແລະ ຫວັງວ່າສອງຝ່າຍຈະສືບຕໍ່ຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ກາງ ເພື່ອຜົນປະໂຫຍດຮ່ວມກັນ.
![]() |
ທ່ານທະນົງສິນກັນລະຍາຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ເນັ້ນ ໜັກ 3 ບູລິມະສິດຂອງການຮ່ວມມືຄື: ການພັດທະນາພະລັງງານທົດແທນ, ການຍົກລະດັບວິສາຫະກິດ ຂະໜາດນ້ອຍແລະກາງແລະການແລກປ່ຽນລະຫວ່າງປະຊາຊົນແລະວັດທະນະທຳ. ໃນນັ້ນ, ທ່ານຍັງໄດ້ ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ການພັດທະນາຜະລິດຕະພັນ ແລະ ມາດຕະຖານຄຸນນະພາບເພື່ອເພີ່ມ ໂອກາດໃຫ້ສິນຄ້າລາວເຂົ້າເຖິງຕະຫຼາດເກົາຫຼີແລະສາກົນພ້ອມຢືນຢັນຄວາມພ້ອມຂອງສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວໃນການເຊື່ອມໂຍງພາກທຸລະກິດຂອງສອງປະເທດ.
ທ່ານ ຢູນບິງແທ (YoonByung-tae) ເຈົ້າຄອງນະຄອນນາຈູສ ເກົາຫຼີ ໄດ້ກ່າວຍ້ອງຍໍຄຸນນະ ພາບແຮງງານລາວທີ່ເຮັດວຽກຢູ່ ສ ເກົາຫຼີ ແລະ ຂອບໃຈຝ່າຍລາວທີ່ເປີດໂອກາດໃຫ້ໄດ້ມາສຶກສາ ແລະ ຊອກຫາໂອກາດຮ່ວມມືໃນສປປລາວ. ໃນນັ້ນທ່ານຍັງໄດ້ສະແດງຄວາມສົນໃຈເປັນພິເສດຕໍ່ຂະແໜງພະ ລັງງານ ແລະ ຫວັງວ່າການພົບປະຄັ້ງນີ້ຈະນຳໄປສູ່ການຮ່ວມມືທີ່ເປັນຮູບປະທຳ.
ທ່ານ ແຊມແມງ (Sam Maeng) ປະທານສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະ ນະທຳເກົາຫຼີ - ລາວ (KLICEA) ໄດ້ຍືນຍັນຈະສືບຕໍ່ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ສອງປະເທດຢ່າງຕໍ່ເນື່ອງໃນທຸກໆປີໂດຍຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດໂດຍຮ່ວມເປັນ ເຈົ້າພາບກັບຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນ (IPMC) ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI).
ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການນຳສະເໜີໂຄງການສາທິດລະບົບໄຟຟ້າຂະໜາດນ້ອຍ (Microgrid) ທີ່ເໝາະສົມກັບສະພາບທ້ອງຖິ່ນ. ຈາກນັ້ນ, ຜູ້ຕາງໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໄດ້ນຳສະເໜີນະໂຍບາຍສົ່ງເສີມ ແລະ ກາລະໂອກາດການລົງທຶນໃນ ສປປ ລາວ ຕໍ່ດ້ວຍການນຳສະເໜີທ່າແຮງ ແລະ ກາລະໂອກາດການລົງທຶນຂອງແຂວງຈຳປາສັກ ໂດຍຜູ້ຕາງ ໜ້າຈາກແຂວງດັ່ງກ່າວ.
![]() |
ພ້ອມນີ້, ຍັງໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ທັງໝົດ 7 ສະບັບຄື: 1) ບໍລິສັດ Hyundai Solar-Tech ກັບລັດວິສາຫະກິດໄຟຟ້າລາວດ້ານການສາທິດປະສິດທິພາບພະລັງງານ; 2) ນະຄອນນາຈູກັບແຂວງສະຫວັນນະເຂດດ້ານພະລັງງານ, ເຂດອຸດສາຫະກຳແລະການທ່ອງທ່ຽວ; 3) ສະມາຄົມແລກປ່ຽນອຸດສາຫະກຳແລະວັດທະນະທຳເກົາຫຼີ - ລາວ ກັບ ແຂວງຈຳປາສັກ ດ້ານການສ້າງ ຕັ້ງຄູ່ຮ່ວມຍຸດທະສາດ; 4) ສະມາຄົມແລກປ່ຽນດ້ານອຸດສາຫະກຳ ແລະ ວັດທະນະ ທຳເກົາຫຼີ - ລາວ ກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວດ້ານການລົງທຶນ ແລະ ພັດທະນາບຸກຄະລາກອນ; 5) ສະມາຄົມແລກປ່ຽນດ້ານອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ -ລາວ ກັບການພັດທະນາເຂດ ອຸດສາຫະກຳວຽງຈັນດ້ານການພັດທະນານິຄົມອຸດສາຫະກຳແບບເກົາຫຼີ; 6) ບໍລິສັດ AK Power ກັບ Graphion Energy Solutions ດ້ານທຸລະກິດພະລັງງານ; ແລະ 7) ບໍລິສັດ Solar Dream ກັບເຂດອຸດສາຫະກຳແລະການຄ້າວຽງຈັນ - ໂນນທອງ ດ້ານພະລັງງານສີຂຽວ.
ໃນວາລະການດຳເນີນກອງປະຊຸມຍັງມີການນຳສະເໜີຂອງບັນດາບໍລິສັດ ແລະ ການແລກປ່ຽນກ່ຽວກັບພະລັງງານສະອາດ, ກະສິກຳອັດສະລິຍະ, ການພັດທະນາເຂດອຸດສາຫະກຳ, ທັກສະແຮງງານ ແລະ ການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ຍັງໄດ້ເປີດໂອກາດໃຫ້ມີການພົບປະ ປຶກສາຫາລືລະຫວ່າງພາກທຸລະກິດແລະພາກລັດ (B2G) ເພື່ອຊອກຫາໂອກາດແລະກຳນົດແນວທາງການ ຮ່ວມມືຕໍ່ໄປ.
(ຂ່າວ-ພາບ: ສຳນານ)



ຄໍາເຫັນ