![]() |
ການຈັດງານໃນຄັ້ງນີ້, ເພື່ອເສີມສ້າງສາຍພົວພັນມິດຕະພາບອັນດີງາມ ທີ່ມີມາແຕ່ດົນນານ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ການຮ່ວມມືດ້ານວັດທະນະທຳລະຫວ່າງປະຊາຊົນຣັດເຊຍ-ເບລາຣຸສ ແລະ ລາວ ຕະຫຼອດຮອດການສົ່ງເສີມການພັດທະນາຄວາມສຳພັນມິດຕະພາບລະຫວ່າງ 3 ປະເທດໃຫ້ກ້າວໜ້າຍິ່ງໆຂຶ້ນ.
ທ່ານ ເຊຣເກ ຊົດສະກີ ໄດ້ເນັ້ນຢໍ້າເຖິງຄວາມສຳຄັນເປັນພິເສດວັນເອກະພາບ ຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ໃນຖານະສັນຍາລັກແຫ່ງປະຫວັດສາດຮ່ວມກັນ ສາຍພົວພັນປຽບດັ່ງອ້າຍນ້ອງ ແລະ ການຮ່ວມມືອັນຍາວນານ ລະຫວ່າງສອງປະເທດ. ນອກນີ້, ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດກັບການເສີມສ້າງຄວາມສຳພັນກັບ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ການຂະຫຍາຍການແລກປ່ຽນດ້ານມະນຸດສະທຳ ແລະ ວັດທະນະທຳ ຕະຫຼອດຮອດການສົ່ງເສີມຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງປະຊາຊົນ 3 ປະເທດ.
![]() |
ການວາງສະແດງຮູບພາບ ໃນຫົວຂໍ້ “ຣັດເຊຍ ແລະ ເບລາຣຸສ ຜ່ານການເວລາຫຼາຍສະຕະວັດ” ຊຶ່ງໄດ້ນຳສະເໜີໃຫ້ຜູ້ເຂົ້າຮ່ວມ ໄດ້ສຳຜັດກັບມໍຣະດົກທາງປະຫວັດສາດ ແລະ ວັດທະນະທຳອັນຊົງຄຸນຄ່າຂອງທັງ 2 ປະເທດ. ງານວາງສະແດງຮູບພາບດັ່ງກ່າວ ສະແດງເຖິງສະຖາປັດຕະຍະກຳ ແລະ ແຫຼ່ງປະຫວັດສາດທີ່ໂດດເດັ່ນ ຊຶ່ງສະທ້ອນໃຫ້ເຫັນການເຄົາລົບທຳນຽມປະເພນີ ທີ່ສືບທອດມາຍາວນານຫຼາຍສະຕະວັດ ຕະຫຼອດຮອດຄຸນຄ່າທາງວັດທະນະທຳຂອງປະຊາຊົນເບລາຣຸສ ແລະ ຣັດເຊຍ ເພື່ອສະເຫຼີມສະຫຼອງມິດຕະພາບລະຫວ່າງປະຊາຊາດ ຄວາມຫຼາກຫຼາຍທາງວັດທະນະທຳ ແລະ ຄຸນຄ່າຄວາມເປັນມະນຸດທີ່ທຸກຊົນຊາດມີຮ່ວມກັນ.
ການຈັດງານດັ່ງກ່າວ, ຖືເປັນອີກໜຶ່ງຄວາມມຸ່ງໝັ້ນຂອງຣັດເຊຍ-ເບລາຣຸສ ແລະ ລາວ ໃນການເສີມສ້າງ ສາຍພົວພັນມິດຕະພາບອັນດີງາມ ທີ່ມີມາແຕ່ດັ້ງເດີມ ຂະຫຍາຍການແລກປ່ຽນ ແລະ ການສົນທະນາດ້ານວັດ ທະນະທຳ ຕະຫຼອດຮອດການພັດທະນາ ການຮ່ວມມືໃນຫຼາຍຮູບແບບ.
ຂ່າວ-ພາບ: ບຸນອູ້ມ


ຄໍາເຫັນ