ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ
ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສຳມະນາວທະຍາສາດແນວທາງໃໝຕການຫນປຽນທາງດານເສດຖະກດ-ສງຄມ - image 1
 

 

ກອງປະຊຸມອັນມີຄວາມໝາຍສຳຄັນນີ້ ຈັດຂຶ້ນດ້ວຍການຮ່ວມມື 4 ຝ່າຍ ລະຫວ່າງມະຫາວິທະຍາໄລແຫ່ງຊາດ, ສະມາຄົມໂນໂອໂນມີໂລກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລະສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.ເຂົ້າຮ່ວມເປັນປະທານ ແລະ ກ່າວຖະແຫຼງໃນພິທີເປີດຄັ້ງນີ້ ປະກອບມີ ຜູ້ຕາງໜ້າລະດັບສູງຈາກ 4 ຝ່າຍ ໄດ້ແກ່: 1. ທ່ານ ພູເພັດ ກ້ຽວພິລາວົງອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, 2. ທ່ານ ເຊີເກດີບອດຣູນອບປະທານສະມາຄົມໂນໂອໂນມີໂລກສະຫະພັນຣັດເຊຍ, 3. ທ່ານ ສຸພາວະດີຫຼ້າຄຳສາຍຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, 4. ທ່ານ ນາງ ແກ້ວວິວອນ ອຸດທະຈັກຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ພ້ອມດຽວກັນນີ້, ກໍມີບັນດາຜູ້ຕາງໜ້າຈາກກະຊວງ, ຂະແໜງການ, ນັກຄົ້ນຄວ້ານະໂຍບາຍ, ຄະນະນຳ, ອາຈານ, ນັກວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ ລວມກວ່າ 100 ທ່ານ.

ໃນຍຸກປັດຈຸບັນ, ໂຄງສ້າງເສດຖະກິດໂລກກຳລັງປະເຊີນໜ້າກັບການປ່ຽນແປງທາງໂຄງສ້າງຄັ້ງໃຫຍ່ ອັນເນື່ອງມາຈາກການຫັນປ່ຽນສູ່ຍຸກດີຈີຕອນຢ່າງວ່ອງໄວ, ການພັດທະນາເຕັກໂນໂລຊີ, ປັນຍາປະດິດ (AI) ແລະ ຄວາມຜັນຜວນທາງພູມສາດເສດຖະກິດ. ຮູບແບບການເຕີບໂຕແບບດັ້ງເດີມທີ່ອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ກົນໄກຕະຫຼາດແບບເກງກຳໄລ ໄດ້ກ້າວສູ່ຂີດຈຳກັດທາງໂຄງສ້າງ. ດັ່ງນັ້ນ, ການນຳເອົາ “ທິດສະດີ ໂນໂອໂນມີຊຶ່ງລິເລີ່ມໂດຍ ທ່ານ ເຊີເກ ດີ ບອດຣູນອບ ມາວິເຄາະ ແລະ ໝູນໃຊ້ເຂົ້າໃນສະພາບຕົວຈິງຂອງ ສປປ ລາວ ຈຶ່ງເປັນບາດກ້າວບຸກທະລຸທາງທິດສະດີ ແລະ ພາກປະຕິບັດທີ່ມີຄວາມໝາຍການເມືອງອັນເລິກເຊິ່ງ.

ສປປ ລາວ ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະວິໄສທັດອັນຍາວໄກຂອງພັກປະຊາຊົນປະຕິວັດລາວ, ພວມຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວິໄສທັດຍຸດທະສາດ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດ”.ທິດສະດີໂນໂອໂນມີ ຊີ້ໃຫ້ເຫັນເສັ້ນທາງວິວັດທະນາການໄປສູ່ລະບົບເສດຖະກິດທີ່ຂັບເຄື່ອນດ້ວຍຄວາມຮູ້ແບບເຂັ້ມຂຸ້ນ, ການນຳໃຊ້ເຕັກໂນໂລຊີຂັ້ນສູງ, ລະບົບອັດຕະໂນມັດ ແລະ ປັນຍາປະສົມປະສານ ເພື່ອຮັບໃຊ້ຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ແລະ ສັງຄົມ, ພ້ອມທັງຫັນປ່ຽນຈຸດສຸມຈາກການສະສົມທຶນແບບທຶນນິຍົມເກງກຳໄລໄປສູ່ການພັດທະນາທ່າແຮງບົ່ມຊ້ອນຂອງມະນຸດຢ່າງຮອບດ້ານ. ສິ່ງດັ່ງກ່າວມີຄວາມສອດຄ່ອງຢ່າງຍິ່ງກັບແນວທາງສັງຄົມນິຍົມ ແລະ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຂອງ ສປປ ລາວ.

ສຳມະນາວທະຍາສາດແນວທາງໃໝຕການຫນປຽນທາງດານເສດຖະກດ-ສງຄມ - image 2
 

ພິທີເປີດກອງປະຊຸມ ໄດ້ດຳເນີນໄປພາຍໃຕ້ການດຳເນີນລາຍການຂອງ ທ່ານ ສຸບິນ ສີສະວັດ ໂດຍຜູ້ຕາງໜ້າການນຳທັງ 4 ຝ່າຍ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ.

1. ທ່ານພູເພັດ ກ້ຽວພິລາວົງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສະຖາບັນການສຶກສາຊັ້ນສູງໃນການເປັນຊັບພະຍາກອນມະນຸດ ແລະ ຜັນຂະຫຍາຍນະໂຍບາຍສາທາລະນະໃຫ້ຕິດພັນກັບການຫັນເປັນດີຈີຕອນ.

2. ທ່ານ ເຊີເກ ດີ ບອດຣູນອບໄດ້ນຳສະເໜີແນວຄວາມຄິດຫຼັກຂອງທິດສະດີນູໂນມີ ວ່າດ້ວຍການຫັນປ່ຽນອາລິຍະທຳມະນຸດ ຈາກຍຸກເສດຖະກິດວັດຖຸສູ່ຍຸກເສດຖະກິດປັນຍາ ແລະ ຄວາມຮູ້.

3. ທ່ານສຸພາວະດີ ຫຼ້າຄຳສາຍ ໄດ້ຍົກໃຫ້ເຫັນມຸມມອງການເມືອງ ແລະ ບົດບາດຂອງສະຖາບັນການເມືອງ ໃນການສຶກສາອົບຮົມການເມືອງ-ແນວຄິດ, ການຍົກລະດັບທິດສະດີມາກ-ເລນິນ ແລະ ການເຊື່ອມສານທິດສະດີເສດຖະກິດສະໄໝໃໝ່ເຂົ້າໃນວຽກງານການນຳພາ-ຄຸ້ມຄອງລັດ.

4. ທ່ານ ນາງ ແກ້ວວິວອນ ອຸດທະຈັກໄດ້ວິເຄາະສະພາບເສດຖະກິດມະຫາພາກຂອງລາວ ແລະ ຍຸດທະສາດການຫັນປະເທດໃຫ້ກາຍເປັນສູນກາງຄວາມຮູ້ ແລະ ໂລຈີສຕິດ ຂອງພາກພື້ນ.

ກອງປະຊຸມສຳມະນາວິທະຍາສາດລະດັບສາກົນຄັ້ງນີ້ ມີໝາກຜົນບັນລຸໄດ້ຢ່າງເປັນຮູບປະທຳດັ່ງນີ້:ການສ້າງບົດສະຫຼຸບນະໂຍບາຍເພື່ອສ້າງເອກະສານວິເຄາະເຊີງຍຸດທະສາດ“ການເຊື່ອມໂຍງແນວຄິດ ໂນໂນມີ ເຂົ້າໃນຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຫຼັງປີ 2030”ສະເໜີຕໍ່ພາກລັດ ແລະ ອົງການວາງແຜນພັດທະນາລະດັບຊາດ, ການສ້າງສູນຄົ້ນຄວ້າ:ຂໍ້ສະເໜີໃນການຈັດຕັ້ງໜ່ວຍງານ ຫຼື ສູນຄົ້ນຄວ້າສະເພາະດ້ານ ໂນໂນມີ ແລະ ເສດຖະກິດຖານຄວາມຮູ້ ເພື່ອຮັບປະກັນການສືບຕໍ່ຄົ້ນຄວ້າໃນໄລຍະຍາວ, ການຍົກລະດັບວຽກງານການພິມ ແລະ ສຶກສາ:ການແປຜົນງານຄົ້ນຄວ້າຫຼັກກ່ຽວກັບໂນໂນມີເປັນພາສາລາວ, ການສ້າງຫຼັກສູດການຮຽນ-ການສອນ ແລະ ການຈັດພິມວາລະສານວິຊາການສະບັບພິເສດ, ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU): ເພື່ອຮັດແໜ້ນຄວາມຮ່ວມມືຢ່າງຮອບດ້ານ

ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍປະຫວັດສາດອັນສຳຄັນ ທີ່ສະທ້ອນໃຫ້ເຫັນເຖິງວິໄສທັດອັນກວ້າງໄກ ແລະ ຄວາມຕັດສິນໃຈອັນເດັດດ່ຽວ ໃນການຍົກລະດັບຂີດຄວາມສາມາດທາງປັນຍາ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ.

(ຂ່າວ: ສມປຊ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ